ລັດຖະມົນຕີກະຊວງປ້ອງກັນປະເທດຈີນ, ອາເມລິກາ ປຶກສາຫາລືດ້ານການສື່ສານວິກິດການ

(VOVWORLD) -ໃນອາທິດນີ້, ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ແລະ ຈີນ ໄດ້ປຶກສາຫາລືດ້ານການສື່ສານວິກິດການໃນສະພາບຄວາມເຄັ່ງຕຶງລະຫວ່າງ 2 ປະເທດພວມເພີ່ມຂຶ້ນໃນບັນຫາທະເລຕາເວັນອອກ.

ລັດຖະມົນຕີກະຊວງປ້ອງກັນປະເທດຈີນ, ອາເມລິກາ ປຶກສາຫາລືດ້ານການສື່ສານວິກິດການ - ảnh 1

 ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Mark Esper

(ພາບ: Reuters)

ທ່ານໂຄສົກກະຊວງປ້ອງກັນປະເທດຈີນ ອຸ໊ຊຽນ ໃຫ້ຮູ້ວ່າ, 2 ຝ່າຍໄດ້ດຳເນີນກອງປະຊຸມທາງອອນລາຍກ່ຽວກັບການສື່ສານວິກິດການໃນລະຫວ່າງວັນທີ 28 – 29 ຕຸລາ. ຕາມທ່ານ ອຸ໊ຊຽນ ແລ້ວ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Mark Esper ໄດ້ປະຕິເສດຂໍ້ມູນຂ່າວທີ່ວ່າ ອາເມລິກາ ພວມຄົ້ນຄວ້າແຜນການນຳໃຊ້ເຮືອບິນບໍ່ມີຄົນຂັບ MQ-9 ບຸກໂຈມຕີບັນດາເກາະ ແລະ ພະລານຫີນຂອງຈີນ ຢູ່ທະເລຕາເວັນອອກ ຖ້າຫາກວ່າທ່ານປະທານາທິບໍດີ Donald Trump ບໍ່ໄດ້ຮັບການສະໜັບສະໜູນໃນການເລືອກຕັ້ງໃນໄລຍະຈະມາເຖິງ. ທ່ານລັດຖະມົນຕີ Mark Esper ເນັ້ນໜັກວ່າ, ອາເມລິກາ ບໍ່ມີແນວຄວາມຄິດສ້າງວິກິດການດ້ານການທະຫານກັບຈີນ. ໃນຂະນະນັ້ນ, ໂຄສົກກະຊວງປ້ອງກັນປະເທດຈີນ ອຸ໊ຊຽນ ເນັ້ນໜັກວ່າ, ອາເມລິກາ ຄວນຮັກສາຄຳໝັ້ນສັນຍາຂອງຕົນ ແລະ ຫຼີກລ້ຽງການເກາະຜິດກັບກອງທັບຈີນ ຢູ່ທະເລຕາເວັນອອກ ແລະ ທາງອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ