ລັດຖະມົນຕີກະຊວງປ້ອງກັນປະເທດຈີນຢ້ຽມຢາມອີຣານ
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຈີນ ຈາງວານແຈ໋ວງ
(ພາບປະກອບ: THX/TTXVN)
(vovworld) - ວັນທີ 13/11, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຈີນ ຈາງວານແຈ໋ວງ ໄດ້ໄປເຖິງນະຄອນຫຼວງເຕເຣຣານ ເລີ່ມຕົ້ນການຢ້ຽມຢາມອີຣານ ຢ່າງເປັນທາງການເປັນເວລາ 3 ວັນ, ຕາມຄຳເຊີນຂອງຄູ່ຮ່ວມຕຳແໜ່ງອີຣານ Hossein Dehqan. ໃນຂອບເຂດການຢ້ຽມຢາມ, ລັດຖະມົນຕີກະຊວງປ້ອງກັນປະເທດ 2 ທ່ານຈະມີການເຈລະຈາກ່ຽວກັບການຮ່ວມມືດ້ານການທະຫານ 2 ຝ່າຍ, ກໍຄືບາງບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ອີຣານ ແລະ ຈີນ ແຈ້ງວ່າ ຈະລົງນາມໃນຂໍ້ຕົກກ່ຽວກັບການຮ່ວມມືດ້ານປ້ອງກັນປະເທດ ແລະ ການທະຫານໃນວັນທີ 14/11.
ການພົວພັນລະຫວ່າງເຕເຣຣານ ແລະ ປັກກິງ ຫວ່າງມໍ່ໆມານີ້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ, ລວມທັງການພົວພັນດ້ານການທູດ, ເສດຖະກິດ, ການຄ້າ, ພະລັງງານ ແລະ ການທະຫານ.