ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ພົວ​ພັນ​ກັບ NATO “ນັບ​ມື້​ນັບ​ຮ້າຍແຮງຂຶ້ນ”

(VOVWORLD) -ວັນທີ 8 ທັນວາ, ທ່ານ Sergei Shoigu ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ໃຫ້ຂໍ້ສັງເກດວ່າ ການພົວພັນລະຫວ່າງ ມົດສະກູ ແລະ ອົງການ ສົນທິສັນຍາອັດລັງຕິກເໜືອ (NATO) “ບໍ່ພຽງແຕ່ຢຸດສະຫງັກເທົ່ານັ້ນ ຫາກຍັງນັບມື້ນັບຮ້າຍແຮງຂຶ້ນອີກດ້ວຍ”.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ພົວ​ພັນ​ກັບ NATO “ນັບ​ມື້​ນັບ​ຮ້າຍແຮງຂຶ້ນ” - ảnh 1ທ່ານ Sergei Shoigu ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ (ພາບ: TTXVN) 

ເມື່ອໃຫ້ຄຳວິພາກຜ່ານຊ່ອງໂທລະພາບ “Rossiya - 1” ກ່ຽວກັບການພົວພັນໃນປັດຈຸບັນລະຫວ່່າງ ມົດສະກູ ແລະ NATO, ທ່ານ Shoigu ໃຫ້ຮູ້ວ່າ ປະມານ 5 ປີ ກ່ອນນີ້, ສອງຝ່າຍໄດ້ມີການຮ່ວມມືທີ່ຕັ້ງໜ້າພໍສົມຄວນຢູ່ Brussels ເມື່ອ ລັດເຊຍມີຜູ້ຕາງໜ້າ ຢູ່ NATO. ເຖິງຢ່າງໃດກໍ່ຕາມ, ມາຮອດປັດຈຸບັນ, ນັບມື້ນັບມີຫຼາຍປະເທດຄູ່ຮ່ວມມືຂອງ ລັດເຊີຍ ຢູ່ NATO ຖອນຕົວອອກຈາກບັນດາຂໍ້ຕົກລົງ. ເພາະສະນັ້ນ, ຂົງເຂດຄວາມໝັ້ນຄົງນັບມື້ນັບຖືກຮັດແຄບລົງ.

        ການພົວພັນລະຫວ່າງ ລັດເຊຍ - NATO ຍິ່ງຮ້າຍແຮງຂຶ້ນຢ່າງໄວວານັບແຕ່ປີ 2014  ເຊິ່ງກ່ຽວຂ້ອງເຖິງເລື່ອງໂຮມ ແຫຼມ Crimea ເຂົ້າດິນແດນລັດເຊຍ ແລະ ການປະທະກັນຢູ່ພາກຕາເວັນອອກ Ukaine, ຕາມນັ້ນແລ້ວ ຝ່າຍຕາເວັນຕົກຈັດວາງບັນດາຄຳສັ່ງລົງໂທດດ້ານເສດຖະກິດເພື່ອແນໃສ່ ມົດສະກູ.

ຕອບກັບ

ຂ່າວ/ບົດ​ອື່ນ