ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສິງ​ກະ​ໂປ​ຕີ​ລາ​ຄາສູງຕໍ່​ເລື່ອງ ຫວຽດ​ນາມ​​ຈັດ​ຕັ້ງ​ສຳ​ເລັດກອງ​ປະ​ຊຸມ ADMM ແລະ ADMM+

(VOVWORLD) - ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ Ng Eng Hen ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຫວຽດນາມ ໃນຖານະຕຳແໜ່ງເປັນປະທານໝູນວຽນອາຊຽນ 2020 ທີ່ໄດ້ຈັດຕັ້ງສຳເລັດກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ (ADMM) ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນເປີດກ້ວາງ (ADMM+).

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສິງ​ກະ​ໂປ​ຕີ​ລາ​ຄາສູງຕໍ່​ເລື່ອງ ຫວຽດ​ນາມ​​ຈັດ​ຕັ້ງ​ສຳ​ເລັດກອງ​ປະ​ຊຸມ ADMM ແລະ ADMM+ - ảnh 1ກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນເປີດກ້ວາງ (ADMM+) (ພາບ: TTXVN)

ກ່າວຄຳເຫັນຫຼັງກອງປະຊຸມ ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 10 ທັນວາ ກ່ຽວກັບບົດບາດ ແລະ ການປະກອບສ່ວນ ຂອງ ຫວຽດນາມໃນຖານະເປັນປະທານອາຊຽນໃນປີ 2020 ທີ່ເຕັມໄປດ້ວຍສິ່ງທ້າທາຍຈາກໂລກລະບາດໂຄວິດ - 19, ທ່ານ Ng Eng Hen ໄດ້ຕີລາຄາວ່າ ທັງສອງກອງປະຊຸມ ADMM ແລະ ADMM+ ລ້ວນແຕ່ປະສົບຜົນສຳເລັດ, ໄດ້ສ່ອງແສງໃຫ້ເຫັນເຈດຈຳນົງ ແລະ ຄຳໝັ້ນສັນຍາຂອງບັນດາສະມາຊິກ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື ກ່ຽວກັບຄວາມສຳຄັນ ຂອງ ADMM ແລະ ADMM+, ກໍ່ຄືບົດບາດນຳພາດີທີ່ສຸດຂອງ ຫວຽດນາມ. ບາງໝາກຜົນສຳຄັນທີ່ບັນລຸໄດ້ ເປັນຕົ້ນແມ່ນໃນການຮັບມືກັບບັນດາໄພນາບຂູ່ດ້ານຄວາມໝັ້ນຄົງ, ໃນນັ້ນມີຂໍ້ລິເລີ່ມ “ຄູ່ດວງຕາຂອງພວກເຮົາ” (Our Eyes) ເພື່ອແນໃສ່ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານໃນການຕ້ານການກໍ່ການຮ້າຍ.

        ໂດຍກ່ຽວຂ້ອງເຖິງຄວາມເຄັ່ງຕຶງໃນການເດີນເຮືອຢູ່ທະເລຕາເວັນອອກ, ບັນຫານີ້ ໄດ້ຮັບຄວາມເຫັນດີເຫັນພ້ອມວ່າ ຕ້ອງຍູ້ໄວການເຈລະຈາກ່ຽວກັບ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC)ແລະ COC ຕ້ອງອີງໃສ່ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS).

ຕອບກັບ

ຂ່າວ/ບົດ​ອື່ນ