ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ພົບ​ປະ​ສອງ​ຝ່າຍ​ຢູ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ​ຄັ້ງ​ທີ 55

(VOVWORLD) - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 55 ຢູ່ນະຄອນຫຼວງ ພະນົມເປັນ, ປະເທດກຳປູເຈຍ, ວັນທີ 03 ສິງຫາ, ທ່ານ ບຸຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີບາງການພົບປະສອງຝ່າຍທີ່ສຳຄັນ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ພົບ​ປະ​ສອງ​ຝ່າຍ​ຢູ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ​ຄັ້ງ​ທີ 55 - ảnh 1ທ່ານ ບຸຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ນິວຊີແລນ Nanaia Mahuta

ທີ່ການພົບປະກັບທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ນິວຊີແລນ Nanaia Mahuta, ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ຜັນຂະຫຍາຍບັນດາກົນໄກປະຈຳປີ; ນຳການຮ່ວມມືດ້ານເສດຖະກິດບັນລຸການເຕີບໂຕສະເລ່ຍ 20% ຕໍ່ປີ ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດ, ຟື້ນຟູບັນດາຂົງເຂດຮ່ວມມືຄືການສຶກສາ, ການທ່ອງທ່ຽວ, ພົບປະແລກປ່ຽນປະຊາຊົນ… ພາຍຫຼັງພະຍາດໂຄວິດ - 19 ໄດ້ຮັບການຄວບຄຸມ. ທ່ານນາງ ລັດຖະມົນຕີ  Nanaia Mahuta ຢັ້ງຢືນວ່າ ນິວຊີແລນ ຈະຮັກສາບ້ວງໜູນຊ່ວຍພັດທະນາຕົ້ນຕໍ (ODA), ທຶນການສຶກສາໃຫ້ແກ່ ຫວຽດນາມ ແລະ ເພີ່ມທະວີການຮ່ວມມືຢູ່ອະນຸພາກພື້ນແມ່ນ້ຳຂອງ.

ທີ່ການພົບປະກັບທ່ານນາງລັດຖະມົນຕີການຄ້າສາກົນ, ວິສາຫະກິດ ຂະໜາດກາງ ແລະນ້ອຍ ແລະ ສົ່ງເສີມການສົ່ງອອກ ການາດາ Mary Ng, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ສະເໜີໃຫ້ການາດາເພີ່ມທະວີການຮ່ວມມືໃນກົນໄກພາກພື້ນ, ໃນນັ້ນມີເວທີປາໄສຂົງເຂດອາຊຽນ, ໜູນຊ່ວຍອະນຸພາກພື້ນແມ່ນ້ຳຂອງ ພັດທະນາແບບຍືນຍົງ… ຫວຽດນາມ ຫວັງວ່າ ການາດາຈະໜູນຊ່ວຍການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາວິສາຫະກິດ ການາດາ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ.

ໃນການພົບປະລະຫວ່າງ ທ່ານລັດຖະມົນຕີ ບຸຍແທັງເຊີນ ແລະ ທ່ານນາງລັດຖະມົນຕີ ຮັບຜິດຊອບບັນຫາ ອາຊີ, ກະຊວງການຕ່າງປະເທດ ແລະ ພັດທະນາອັງກິດ Amanda Milling, ສອງຝ່າຍໄດ້ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ການແລກປ່ຽນການຄ້າ ແລະ ການລົງທຶນ, ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ອັງກິດ (UKVFTA) ຢ່າງມີປະສິດທິຜົນກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ