ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ.ເກົາຫຼີ Kang Kyung –wha ຮຽກ​ຮ້ອງ​ໃຫ້​ມາ​ນະ​ພະ​ຍາ​ຍາມ​ພັດ​ທະ​ນາ​ສຳ​ພັນ​ທະ​ມິດ ສ.ເກົາຫຼີ - ອາ​ເມ​ລິ​ກາ

(VOVWORLD) -ທ່ານນາງລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Kang Kyung – wha ໄດ້ຮຽກຮ້ອງໃຫ້ມານະພະຍາຍາມພັດທະນາສຳພັນທະມິດ ເຊີອູນ - ວໍຊີງຕັນ ແລະ ຊຸກຍູ້ວິວັດທະນາການສ້າງສັນຕິພາບຢູ່ແຫຼມເກົາຫຼີ ຜ່ານການຮ່ວມມືຂອງອຳນາດການປົກຄອງໃນໄລຍະຈະມາເຖິງຂອງທ່ານ Joe Biden ຢູ່ ອາເມລິກາ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ.ເກົາຫຼີ Kang Kyung –wha ຮຽກ​ຮ້ອງ​ໃຫ້​ມາ​ນະ​ພະ​ຍາ​ຍາມ​ພັດ​ທະ​ນາ​ສຳ​ພັນ​ທະ​ມິດ ສ.ເກົາຫຼີ - ອາ​ເມ​ລິ​ກາ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Kang Kyung –wha (ພາບ:Yonhap)

ກ່າວຄຳເຫັນທີ່ກອງປະຊຸມອອນລາຍ ທີ່ຖືກຈັດຂຶ້ນໃນຕອນຄ່ຳວັນທີ 30 ພະຈິກ ໂດຍມີການເຂົ້າຮ່ວມຂອງເອກອັກຄະລັດຖະທູດ ແລະ ຫົວໜ້າກົງສູນໃຫຍ່ ປະຈຳ ສ.ເກົາຫຼີ ຫຼາຍກວ່າ 180 ທ່ານ, ທ່ານນາງລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Kang Kyung – wha ໄດ້ຮຽກຮ້ອງໃຫ້ມານະພະຍາຍາມພັດທະນາສຳພັນທະມິດ ເຊີອູນ - ວໍຊີງຕັນ ແລະ ຊຸກຍູ້ວິວັດທະນາການສ້າງສັນຕິພາບຢູ່ແຫຼມເກົາຫຼີ ຜ່ານການຮ່ວມມືຂອງອຳນາດການປົກຄອງໃນໄລຍະຈະມາເຖິງຂອງທ່ານ Joe Biden ຢູ່ ອາເມລິກາ. ທ່ານນາງ Kang Kyung – wha ກໍໄດ້ເນັ້ນເຖິງຄວາມສຳຄັນຂອງການເພີ່ມທະວີບັນດາສາຍພົວພັນສອງຝ່າຍ ແລະ ຫຼາຍຝ່າຍລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ, ກໍຄືຊຸກຍູ້ບັນດາຄຸນຄ່າລວມຂອງສອງປະເທດ ກ່ຽວກັບປະຊາທິປະໄຕ, ສັນຕິພາບ, ສິດທິມະນຸດ ແລະ ການຮ່ວມມືຫຼາຍຝ່າຍ.

        ກ່ຽວກັບການພົວພັນກັບ ຈີນ, ທ່ານນາງ ກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາການຕິດຕໍ່ພົວພັນກັນຢ່າງແໜ້ນແຟ້ນ ເພື່ອສືບຕໍ່ພັດທະນາຄູ່ຮ່ວມມືຍຸດທະສາດສອງຝ່າຍ. ສຳລັບ ຍີ່ປຸ່ນ, ທ່ານນາງ ຮຽກຮ້ອງໃຫ້ຮັກສານະໂຍບາຍປັດຈຸບັນຂອງລັດຖະບານ ສ.ເກົາຫຼີ ນັ້ນແມ່ນ ແກ້ໄຂບັນດາບັນຫາປະຫວັດສາດ ແລະ ຮ່ວມມືກັນໃນບັນດາຊ່ອງທາງສະເພາະຢ່າງແທດຈິງ.


ຕອບກັບ

ຂ່າວ/ບົດ​ອື່ນ