ລັດຖະມົນຕີການຕ່າງປະເທດ ອັງກິດ ເຊື່ອໝັ້ນຕໍ່ແງ່ຫວັງສະພາແຫ່ງຊາດຈະຮັບຮອງເອົາຂໍ້ຕົກລົງ Brexit

(VOVWORLD) -ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ຈະຊອກຫາໄດ້ມາດຕະການແກ້ໄຂ ເພື່ອໃຫ້ຂໍ້ຕົກລົງ Brexit ໄດ້ຮັບການຮັບຮອງເອົາ ຢູ່ສະພາແຫ່ງຊາດ.

 ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ຈະຊອກຫາໄດ້ມາດຕະການແກ້ໄຂ ເພື່ອໃຫ້ຂໍ້ຕົກລົງ Brexit ໄດ້ຮັບການຮັບຮອງເອົາ ຢູ່ສະພາແຫ່ງຊາດ. ຖະແຫຼງການດັ່ງກ່າວ ໂດຍທ່ານລັດຖະມົນຕີການຕ່າງປະເທດອັງກິດ Jeremy Hunt ຍົກອອກມາໃນວັນທີ 02 ມັງກອນ 2019 ໃນຂະນະທີ່ໄປປະຕິບັດງານຢູ່ ສິງກະໂປ.

        ໃນບົດກ່າວປາໄສຂອງຕົນ, ທ່ານລັດຖະມົນຕີການຕ່າງປະເທດ Hunt ຢັ້ງຢືນວ່າ ທ່ານນາງນາຍົກລັດຖະມົນຕີ May ຈະຕ່າວປີ້ນບັນດາຄໍາໝັ້ນສັນຍາ ເຊິ່ງທ່ານພວມຊອກຫາ ຈາກ ອີຢູ ເພື່ອແນໃສ່ຮັບປະກັນວ່າ ຂໍ້ຕົກລົງ Brexit  ຈະບໍ່ພາໃຫ້ ປະເທດ ອັງກິດ “ຖືກຕິດຄ້າງໄວ້ໃນພັນທະມິດພາສີອາກອນຕະຫຼອດໄປ”. ເມື່ອໄດ້ຖາມກ່ຽວກັບຄວາມອາດສາມາດຂອງການຈັດຕັ້ງການລົງປະຊາມະຕິຄັ້ງທີ 2  ກ່ຽວກັບແຜນການ Brexit, ທ່ານຖືວ່າ ສິ່ງດັ່່ງກ່າວ ຈະພາໃຫ້ເກີດຜົນເສຍຫາຍຕໍ່ພື້ນຖານປະຊາທິປະໄຕ ພ້ອມທັງເນັ້ນໜັກວ່າ ເລື່ອງປະເທດ ອັງກິດ ບໍ່ຖອນຕົວອອກຈາກ ອີຢູ ຈະນໍາມາເຊິ່ງຜົນຮ້າຍຢ້ອນຫຼັງຢ່າງໜັກໜ່ວງຕໍ່ສັງຄົມ.


ຕອບກັບ

ຂ່າວ/ບົດ​ອື່ນ