ລັດຖະມົນຕີປ້ອງກັນປະເທດ ລັດເຊຍ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ລັດຖະມົນຕີປ້ອງກັນປະເທດ ລັດເຊຍ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1
ໂດຍພົນ​ເອກ Sergei Shoigu, ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດລັດເຊຍ
(ພາບ:
Moscow Times)

(vovworld) - ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ສະຫະພັນ​ລັດ​ເຊຍ ​ໂດຍພົນ​ເອກ Sergei Shoigu, ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ນຳ​ໜ້າ​ໄດ້​ມາ​ຢ້ຽມຢາມ​ສັນຕະວະ​ໄມຕີ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງວັນ​ທີ 4 – 5/3, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ຫວຽດນາມ. ການ​ຢ້ຽມຢາມ ຄັ້ງ​ນີ້​ຂອງ​ທ່ານ ພົນ​ເອກ Sergei Shoigu, ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ​ປະກອບສ່ວນ​ປັບປຸງ ​ແລະ ​ເພີ່​ມທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ພັດທະນາ​ການ​ຮ່ວມ​ມື​ຍາວ​ນານ, ໝັ້ນຄົງ​ໃນ​ຂົງ​ເຂດ​ການ​ທະຫານ ​ແລະ ​ເຕັກນິກ​ການ​ທະຫານ, ນຳ​ການ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ 2 ປະ​​ເທດ ​ໃຫ້ກ່າວ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ​ແທດ​ຈິງ ​ແລະ ​ເໝາະ​ສົມ​ກັບ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ​ທົດ​ທຽມ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ສະຫະພັນ ລັດ​ເຊຍ. ​ໃນ​ໄລຍະ​ຢູ່ ຢ້ຽມຢາມ ຫວຽດນາມ, ພົນ​ເອກ Sergei Shoigu ​ໄດ້​ວາງ​ພວງມາລາ​ຢູ່​ອະນຸສາວະລີ​ບັນດາ​ວິລະ​ຊົນ​ທີ່​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ, ​ເຂົ້າ​ສຸສານ ​ໄຫວ້ອາ​ໄລ​​ປະທານ ​ໂຮ່ຈີ​ມິນ, ​ເຈລະຈາ ກັບ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຟຸ່ງກວາງ​ແທງ, ​ເຂົ້າ​ຢ້ຽມ​ຂຳ່ນັບ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ, ຢ້ຽມຢາມ​ສູນ​ເຂດ​ຮ້ອນ ຫວຽດນາມ - ລັດ​ເຊຍ ​ແລະ ກອງທັບ​ເຮືອ​ເຂດ 4.

ຂ່າວ/ບົດ​ອື່ນ