ລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບວຽກ​ງານການ​ຕ່າງ​ປະ​ເທດ ອັງ​ກິດ ມີ​ຄວາມ​ປີ​ຕິ​ຊົມ​ຊື່ນ ຕໍ່​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາຂອງ​ການ​ພົວ​ພັນ ຫວຽດ​ນາມ - ອັງ​ກິດ

(VOVWORLD) - ວັນທີ 22 ມິຖຸນາ, ຢູ່ສຳນັກງານກະຊວງການຕ່າງປະເທດ ແລະ ພັດທະນາ ອັງກິດ, ທ່ານ  Nigel Adams ລັດຖະມົນຕີການຕ່າງປະເທດຮັບຜິດຊອບທະວີບ ອາຊີ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນຮວ່າງລອງ ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດມາປະຕິບັດໜ້າທີ່ທາງການທູດ.
ລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບວຽກ​ງານການ​ຕ່າງ​ປະ​ເທດ ອັງ​ກິດ ມີ​ຄວາມ​ປີ​ຕິ​ຊົມ​ຊື່ນ ຕໍ່​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາຂອງ​ການ​ພົວ​ພັນ ຫວຽດ​ນາມ - ອັງ​ກິດ - ảnh 1ທ່ານ  Nigel Adams ລັດຖະມົນຕີການຕ່າງປະເທດຮັບຜິດຊອບທະວີບ ອາຊີ ມອບຂອງຂວັນໃຫ້ແກ່ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນຮວ່າງລອງ (ພາບ: TTXVN)

ໜ້າທີ່ນີ້, ທ່ານເອກອັກຄະລັດຖະທູດ ຫງວຽນຮວ່າງລອງ ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການປະຕິບັດ “ຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລາຊະອານາຈັກ ອັງກິດ: ກຳນົດທິດພັດທະນາ ໃນໄລຍະ 10 ປີ ຈະມາເຖິງ” ກໍຄືຍູ້ແຮງການຜັນຂະຫຍາຍ ສັນຍາການຄ້າເສລີ ຫວຽດນາມ - ອັງກິດ (UKVFTA). ທ່ານເອກອັກຄະລັດຖະທູດ ເຫັນດີເປັນເອກະພາບວ່າ, ສອງຝ່າຍຈະຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃນບັນດາຂົງເຂດການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການສຶກສາ, ວັດທະນະທຳ, ມຸ່ງໄປເຖິງການສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງປະເທດ ຫວຽດນາມ - ອັງກິດ ຄົບຮອບ 50 ປີ ໃນປີ 2023. ເນື່ອງໃນໂອກາດນີ້, ທ່ານກໍສະເໜີ ທ່ານລັດຖະມົນຕີການຕ່າງປະເທດ ຈະຊ່ວຍເຫຼືອຫວຽດນາມ ໄດ້ສຳຜັດກັບແຫຼ່ງວັກຊິນຊະນິດຕ່າງໆ, ໃຫ້ບຸລິມະສິດໃນການຈັດແບ່ງວັກຊິນ ແລະ ຖ່າຍທອດເຕັກໂນໂລຢີໃນການຜະລິດວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ ຫວຽດນາມ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ Nigel Adams ເນັ້ນໜັກວ່າ ຫວຽດນາມ ນອນໃນກຸ່ມບັນດາປະເທດໄດ້ຮັບບຸລິມະສິດຈາກ ອັງກິດ ກ່ຽວກັບວັກຊິນກັນພະຍາດໂຄວິດ - 19 ແລະ ໃຫ້ຄຳໝັ້ນສັນຍາ ພ້ອມແລ້ວທີ່ຈະໜູນຊ່ວຍກະຊວງການຕ່າງປະເທດ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ອັງກິດ ແລະ ອຽກລັງເໜືອ ຜັນຂະຫຍາຍບັນດາບຸລິມະສິດໃນວຽກງານພົວພັນຕ່າງປະເທດ ໃນໄລຍະຈະມາເຖິງ.

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ