ລັດຫວຽດນາມ ຍາມໃດກໍ່ເຄົາລົບແລະປະຕິບັດນະໂຍບາຍຮັບປະກັນສິດເສລີໃນການເຫລື້ອມໃສ, ສາສະຫນາຂອງປະຊາຊົນຢ່າງສະເຫມີຕົ້ນສະເຫມີປາຍ

(VOVWORLD) -ບັນດາຄວາມມານະພະຍາຍາມ ແລະຜົນງານຂອງຫວຽດນາມ ກ່ຽວກັບການຮັບປະກັນສິດເສລີໃນການເຫລື້ອມໃສ,ສາສະຫນາໃຫ້ແກ່ປະຊາຊົນລ້ວນແຕ່ໄດ້ຮັບການຮັບຮູ້ຢ່າງກວ້າງຂວາງຈາກປະຊາຄົມສາກົນ.

ລັດຫວຽດນາມ ຍາມໃດກໍ່ເຄົາລົບແລະປະຕິບັດນະໂຍບາຍຮັບປະກັນສິດເສລີໃນການເຫລື້ອມໃສ, ສາສະຫນາຂອງປະຊາຊົນຢ່າງສະເຫມີຕົ້ນສະເຫມີປາຍ - ảnh 1ທ່ານນາງເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ

ວັນທີ 13 ພຶດສະພາ ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ,ເມື່ອຕອບຄຳຖາມສະເຫນີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມຕໍ່ກັບບົດລາຍງານສິດເສລີດ້ານສາສະຫນາສາກົນ ຂອງອາເມລິກາ ປີ 2020, ທ່ານນາງເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢືນຢັນ: ຫວຽດນາມ ຮັບຮູ້ເລື່ອງບົດລາຍງານສິດເສລີດ້ານສາສະຫນາສາກົນປີ 2020 ຂອງກະຊວງການຕ່າງປະເທດ ອາເມລິກາ ໄດ້ເຕື້ອງເຖິງບັນດາຄວາມມານະພະຍາຍາມຂອງຫວຽດນາມໃນການຮັບປະກັນ ແລະຊຸກຍູ້ການເຄື່ອນໄຫວດ້ານສາສະຫນາ, ການເຊື່ອຖືສາສະຫນາ. ເຖິງຢ່າງໃດກໍຕາມ ບົດລາຍງານຍັງຄົງສືບຕໍ່ຍົກອອກບາງຂໍ້ໃຫ້ສັງເກດຂາດພາວະວິໄສໂດຍອີງໃສ່ບັນດາຂໍ້ມູນບໍ່ຊັດເຈນ ກ່ຽວກັບສະພາບການຕົວຈິງຢູ່ ຫວຽດນາມ.

ບັນດາຄວາມມານະພະຍາຍາມ ແລະຜົນງານຂອງຫວຽດນາມ ກ່ຽວກັບການຮັບປະກັນສິດເສລີໃນການເຫລື້ອມໃສ,ສາສະຫນາໃຫ້ແກ່ປະຊາຊົນລ້ວນແຕ່ໄດ້ຮັບການຮັບຮູ້ຢ່າງກວ້າງຂວາງຈາກປະຊາຄົມສາກົນ.

ຫວຽດນາມພ້ອມແລ້ວທີ່ຈະແລກປ່ຽນຢ່າງກົງໄປກົງມາ, ເປີດເຜີຍ ແລະບົນຈິດໃຈສ້າງສັນກັບອາເມລິກາ ກ່ຽວກັບບັນດາບັນຫາຍັງມີຄວາມແຕກຕ່າງເພື່ອເພີ່ມທະວີຄວາມເຂົ້າໃຈ ແລະ ປະກອບສ່ວນເຂົ້າໃນການພັດທະນາຂອງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ