ລັດເຊຍ ຈັດຕັ້ງພິທີໄຫວ້ອາໄລບັນດາຜູ້ປະສົບເຄາະຮ້າຍຈາກນ້ຳແກ່ງຖ້ວມ

ລັດເຊຍ ຈັດຕັ້ງພິທີໄຫວ້ອາໄລບັນດາຜູ້ປະສົບເຄາະຮ້າຍຈາກນ້ຳແກ່ງຖ້ວມ - ảnh 1
​ເຫ​ດການ​ນ້ຳ​ແກ່ງ​ຖ້ວມ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່​ສຸດ​ໃນ​ປະຫວັດສາດ​ຢູ່​ເຂດ Krasnodar ​ໄດ້​ເຮັດ​ໃຫ້​ມີຜູ້​ເສຍ​ຊີ​ວິດຢ່າງ​ໜ້ອຍ​ສຸດ​ມີ 150 ຄົນ

 (vovworld) - ວັນ​ທີ 8/7, ປະທານາທິບໍດີ ລັດ​ເຊຍ Vladimir Putin ​ໄດ້​​ເຊັນ​ລັດຖະດຳ​ລັດກ່ຽວ​ກັບ​ພິທີ​ຈັດ​ຕັ້ງ​ວັນ​ໄຫ​ວ້ອາ​ໄລ​ຢູ່​ສະຫະພັນ​ລັດ​ເຊຍ​ໃນ​ວັນ​ທີ 9/7, ​ເພື່ອ​ອາ​ໄລ​ຫາ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຂອງ​ເຫດ​ນ້ຳ​ແກ່ງ​ຖ້ວມ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່​ສຸດ​ໃນ​ປະຫວັດສາດ​ຢູ່​ເຂດ Krasnodar. ​ໃນ​ທົ່ວ​​ສະຫະພັນ​ລັ​ດ​ເຊຍ ກໍ​ຄື​ບັນດາ​ສຳນັກງານ​ອົງການ​ຕາງໜ້າ​ຂອງ​ລັດ​ເຊຍ ຢູ່​ຕ່າງປະ​ເທດ ຊັກ​ທຸງ​ລົງ​ເຄິ່ງ​ເສົາ ​ໃນ​ວັນ​ທີ 9/7. ​ໂທລະພາບ ​ແລ​ະ ບັນດາ​ອົງການ​ວັດທະນະທຳ​ລັດ​ເຊຍ ​ຍົກ​ເລິກ​ບັນດາ​ລາຍການ​ບັນ​ເທິງ. ​ເຫ​ດການ​ນ້ຳ​ແກ່ງ​ຖ້ວມ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່​ສຸດ​ໃນ​ປະຫວັດສາດ​ຢູ່​ເຂດ Krasnodar, ພາກ​ໃຕ້​ລັດ​ເຊຍ ​ໄດ້​ເຮັດ​ໃຫ້​ມີຜູ້​ເສຍ​ຊີ​ວິດຢ່າງ​ໜ້ອຍ​ສຸດ​ມີ 150 ຄົນ, ​ແລະ​ ມີຜູ້​​ຖືກ​ຮັບ​ບາດ​ເຈັບ​ກ່ວາ 12.000 ຄົນ, ​ສົ່ງ​ຜົນ​​ເສຍ​ຫາຍ​ທາງ​ດ້ານ​ເສດຖະກິດຢ່າງ​ໜັກ​ໜ່ວງ. ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພ​ພິບັດ​ພວມ​ໄດ້​ຮັບ​ການ​ດຳ​ເນີນ​ຢ່າງ​ຮີບ​ດ່ວນ.

ຂ່າວ/ບົດ​ອື່ນ