ລັດເຊຍ ພ້ອມແລ້ວທີ່ຈະຮ່ວມມືກັບ ອາເມລິກາ ບົນຈິດໃຈສ້າງສັນ

(VOVWORLD) -ການພົບປະເຈລະຈາກັບທ່ານ John Sullivan   ແມ່ນ “ການປຶກສາຫາລືທີ່ເປັນປະໂຫຍດ”. 

ລັດເຊຍ ພ້ອມແລ້ວທີ່ຈະຮ່ວມມືກັບ ອາເມລິກາບົນຈິດໃຈສ້າງສັນ, ເຄົາລົບບັນດາຜົນປະໂຫຍດຂອງກັນ. ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ປະກາດຄືແນວນັ້ນ ໃນການພົບປະເຈລະຈາກັບທ່ານຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ John Sullivan  ເຊິ່ງໄດ້ດໍາເນີນໃນວັນທີ 23 ພະຈິກ, ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ກຸ່ມບັນດາພື້ນຖານເສດຖະກິດ ພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ທີ່ຈັດຂຶ້ນຢູ່ນະຄອນ Nagoya, ປະເທດ ຍີ່ປຸ່ນ.

        ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ກ່າວກັບນັກຂ່າວວ່າ ການພົບປະເຈລະຈາກັບທ່ານ John Sullivan   ແມ່ນ “ການປຶກສາຫາລືທີ່ເປັນປະໂຫຍດ”.

        ກອງປະຊຸມລັດຖະມົນຕີການຕ່າງປະເທດ G20 ຖືກຈັດຂຶ້ນຢູ່ ນະຄອນ Nagoya ຄັ້ງນີ້ ແມ່ນກອງປະຊຸມຂັ້ນລັດຖະມົນຕີຄັ້ງສຸດທ້າຍຂອງ G20 ໃນປີ  ຍີ່ປຸ່ນ ຮັບດໍາລົງບົດບາດເປັນປະທານ ຂອງເວທີປາໄສນີ້. ສິ້ນສຸດກອງປະຊຸມ, ຍີ່ປຸ່ນ ໄດ້ມອບຖານະເປັນປະທານໝູນວຽນ G20 ໃຫ້ ອາຣັບບີ ຊະອຸດິ.


ຕອບກັບ

ຂ່າວ/ບົດ​ອື່ນ