ລັດ​ເຊຍ ຢັ້ງ​ຢືນ​ ປັບ​ປຸງ​ການ​ຮ່ວມ​ມື​ຍຸດ​ທະ​ສາ​ດ​ກັບ ຈີນ

(VOVWORLD) -    ລັດເຊຍ ພ້ອມແລ້ວທີ່ຈະພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຈີນ ຢູ່ໃນລະດັບສູງ ກໍຄືການສົມທົບທາງດ້ານຍຸດທະສາດລະຫວ່າງສອງປະເທດ. 
ລັດ​ເຊຍ ຢັ້ງ​ຢືນ​ ປັບ​ປຸງ​ການ​ຮ່ວມ​ມື​ຍຸດ​ທະ​ສາ​ດ​ກັບ ຈີນ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TTXVN)

ນີ້ແມ່ນຄຳຢືນຢັນຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນການເຈລະຈາທາງໂທລະສັບ ກັບກຳມະການກົມການເມືອງ ພັກກອມມູນິດ ຈີນ ຢ໊າງຈຽນຊື ໃນວັນທີ 25 ພຶດສະພາ. ທ່ານປະທານາທິບໍດີ Vladimir Putin ໃຫ້ຮູ້ວ່າ ປະເທດນີ້ ພ້ອມແລ້ວທີ່ຈະສົມທົບກັບ ຈີນ ເພື່ອປົກປ້ອງລັດທິຫຼາຍຝ່າຍ ແລະ ປະກອບສ່ວນຮັກສາສະຖຽນລະພາບຍຸດທະສາດທົ່ວໂລກ.

        ສ່ວນທ່ານ ຢາງຈຽນຊື ຕັກເຕືອນວ່າ ສອງປະເທດຄວນຮັກສາການສະໜັບສະໜູນເຊິ່ງກັນແລະກັນໃນບັນດາບັນຫາທີ່ກ່ຽວຂ້ອງເຖິງຜົນປະໂຫຍດແຫ່ງຊາດ, ສ້າງການພົວພັນບົນພື້ນຖານເຄົາລົບເຊິ່ງກັນແລະກັນ, ຍຸຕິທຳ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມທັງນຳມາເຊິ່ງສະຖຽນລະພາບ ແລະ ແຫຼ່ງພະລັງງານທີ່ດີໃຫ້ແກ່ໂລກ. 

ຕອບກັບ

ຂ່າວ/ບົດ​ອື່ນ