ລັດ​ເຊຍ ສະ​ແດງ​ຄວາມ​ເສຍ​ດາຍ​ຕໍ່​ເລື່ອງ EU ປະ​ຕິ​ເສດ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ

(VOVWORLD) -ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ສະແດງຄວາມຜິດຫວັງຕໍ່ເລື່ອງ EU ບໍ່ສະໜັບສະໜູນ ຂໍ້ສະເໜີດັ່ງກ່າວຂອງ Berlin ແລະ Paris. 
ລັດ​ເຊຍ ສະ​ແດງ​ຄວາມ​ເສຍ​ດາຍ​ຕໍ່​ເລື່ອງ EU ປະ​ຕິ​ເສດ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ:  AFP/TTXVN)

ວັນທີ 25 ມິຖຸນາ, ວັງ Kremlin ໃຫ້ຮູ້ວ່າ ລັດເຊຍ ຮູ້ສຶກເສຍດາຍເມື່ອບັນດາການນຳ ສະຫະພາບ ເອີລົບ (EU) ບໍ່ສະໜັບສະໜູນ ຂໍ້ສະເໜີຂອງ ເຢຍລະມັນ ແລະ ຝລັ່ງ ກ່ຽວກັບການເຊື່ອມຕໍ່ຄືນໃໝ່ບັນດາກອງປະຊຸມສຸດຍອດ ກັບ ທ່ານປະທານາທິບໍດີ ລັດເຊຍ Vladimir Putin.

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ສະແດງຄວາມຜິດຫວັງຕໍ່ເລື່ອງ EU ບໍ່ສະໜັບສະໜູນ ຂໍ້ສະເໜີດັ່ງກ່າວຂອງ Berlin ແລະ Paris. ຕາມທ່ານ Dmitry Peskov ແລ້ວ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ ແລະ ຍັງຄົງມີຄວາມສົນໃຈຕໍ່ເລື່ອງປັບປຸງການພົວພັນຮ່ວມມືກັບ ມົດສະກູ ແລະ ບຣຸກແຊນ…

ຕອບກັບ

ຂ່າວ/ບົດ​ອື່ນ