ລັດເຊຍ ສະໜັບສະໜູນການພັດທະນາການຮ່ວມມືດ້ານເຕັກນິກການທະຫານຢ່າງກວ້າງຂວາງ, ຮອບດ້ານທີ່ສຸດ

(VOVWORLD) -ເວທີປາໄສເຕັກນິກການທະຫານ Army 2022 ໄດ້ດຳເນີນໃນລະຫວ່າງວັນທີ 15 – 21 ສິງຫາ.
ລັດເຊຍ ສະໜັບສະໜູນການພັດທະນາການຮ່ວມມືດ້ານເຕັກນິກການທະຫານຢ່າງກວ້າງຂວາງ, ຮອບດ້ານທີ່ສຸດ - ảnh 1ທ່ານປະທານາທິບໍດີລັດເຊຍ Vladimir Putin
(ພາບ: ກະຊວງປ້ອງກັນປະເທດລັດເຊຍ)

ກ່າວຄຳເຫັນທີ່ພິທີໄຂເວທີປາໄສເຕັກນິກ - ການທະຫານສາກົນ Army 2022 ແລະ ງານແຂ່ງຂັນກິລາການທະຫານສາກົນ Army Games – 2022, ຢູ່ຊານນະຄອນຫຼວງ ມົດສະກູ, ທ່ານປະທານາທິບໍດີລັດເຊຍ Vladimir Putin ຖະແຫຼງວ່າ ບັນດານາຍທະຫານສະຫະພັນ ລັດເຊຍ ແລະ Donbass ພວມປະຕິບັດສຳເລັດທຸກໜ້າທີ່ຂອງເຂົາເຈົ້າໃນບັ້ນຮົບດ້ານການທະຫານພິເສດ.  ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢືນຢັນວ່າ, ເປັນທີ່ຈະແຈ້ງແລ້ວວ່າ ກອງທັບ ລັດເຊຍ ພວມປະຕິບັດສຳເລັດທຸກໜ້າທີ່ເປັນຢ່າງດີ, ປົດປ່ອຍເຂດ Donbass ເທື່ອລະກ້າວ. ທ່ານກໍ່ເນັ້ນໜັກວ່າ ລັດເຊຍ ສະໜັບສະໜູນການພັດທະນາການຮ່ວມມືດ້ານເຕັກນິກການທະຫານທີ່ກວ້າງຂວາງ, ຮອບດ້ານທີ່ສຸດ.

        ເວທີປາໄສເຕັກນິກການທະຫານ Army 2022 ໄດ້ດຳເນີນໃນລະຫວ່າງວັນທີ 15 – 21 ສິງຫາ.

ຕອບກັບ

ຂ່າວ/ບົດ​ອື່ນ