ລັດ​ເຊຍ ແລະ ຈີນ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ

(VOVWORLD) - ມົດສະກູ ພວມມຸ່ງໄປເຖິງບັນດາຕະຫຼາດພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະ ໄດ້ເປີດກວ້າງການພົວພັນດ້ານການຄ້າກັບບັນດາພື້ນຖານເສດຖະກິດພວມພັດທະນາ ຢ່າງວ່ອງໄວໃນໂລກ, ໃນນັ້ນ ມີ  ຈີນ. 
ລັດ​ເຊຍ ແລະ ຈີນ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ - ảnh 1ທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TTXVN)

ວັນທີ 23 ພຶດສະພາ, ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດ ລັດເຊຍ - ຈີນ ຢູ່ ຊຽງໄຮ, ໃນການຢ້ຽມຢາມ ຈີນ, ທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin ໄດ້ຖະແຫຼງວ່າ ໃນສະພາບການປັດຈຸບັນ, ລັດເຊຍ ຈະສືບຕໍ່ປັບປຸງການພົວພັນກັບ ຈີນ ແລະ ບັນດາປະເທດອື່ນທີ່ກຽມພ້ອມຮ່ວມມື. ມົດສະກູ ພວມມຸ່ງໄປເຖິງບັນດາຕະຫຼາດພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະ ໄດ້ເປີດກວ້າງການພົວພັນດ້ານການຄ້າກັບບັນດາພື້ນຖານເສດຖະກິດພວມພັດທະນາ ຢ່າງວ່ອງໄວໃນໂລກ, ໃນນັ້ນ ມີ  ຈີນ. ທ່ານຊີ້ແຈ້ງວ່າ ວົງເງິນການຄ້າຂອງ ລັດເຊຍ ໄດ້ເພີ່ມຂຶ້ນກວ່າ  8%, ເປັນ 850 ຕື້ USD ໃນປີ 2022, ດ້ວຍການສົ່ງອອກສິນຄ້າເພີ່ມຂຶ້ນປະມານ 20%. ທ່ານນາຍົກລັດຖະມົນຕີ Mishustin ໃຫ້ຂໍ້ສັງເກດວ່າ ວົງເງິນການຄ້າລະຫວ່າງ ລັດເຊຍ ແລະ ຈີນ ໃນປີນີ້ ອາດຈະບັນລຸ 200 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ