ລັດເຊຍກ່າວຫາອາເມລິກາລະເມີດສົນທິສັນຍາທຳລາຍລູກສອນໄຟໄລຍະກາງແລະໄລຍະສັ້ນ

ລັດເຊຍກ່າວຫາອາເມລິກາລະເມີດສົນທິສັນຍາທຳລາຍລູກສອນໄຟໄລຍະກາງແລະໄລຍະສັ້ນ - ảnh 1
ທ່ານ​ນາງໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Maria Zakharova
(ພາບ​ປະ​ກອບ: hanoimoi)


(vovworld) - ລັດ​ເຊຍ ໄດ້​ຕີ​ລ​າ​ຄາ​ເລື່ອງ​ອາ​ເມ​ລິ​ກາ ຕິດ​ຕັ້ງ​ບັນ​ດາ​ລະ​ບົບ​ຍິງ​ລູກ​ສອນ​ໄຟ Mk 41 ຢູ່​​ຮາກ​ຖານ​ຂອງ​ລະ​ບົບ​​ປ້ອງ​ກັນລູກ​ສອ​ນ​ໄຟ​ຂອງ​ອາ​ເມ​ລິ​ກາ ຢູ່ ຣູມາ​​ນີ ແມ່ນ​ລະ​ເມີດ​ສົນ​ທິ​ສັນ​ຍາ​ທຳ​ລ​າຍລູກ​ສອນ​ໄຟ​ໄລ​ຍະ​ກາງ​ ແລະ ​ໄລ​ຍະ​ສັ້ນ. ນີ້​ແມ່ນ​ຄຳ​ຖະ​ແຫຼງ​ຂອງ​ ທ່ານ​ນາງໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Maria Zakharova ໃນ​ວັນ​ທີ 24/12. ທ່ານ​ນາງ Maria Zakharova ​ໃສ່ໃຈ​​ວ່າ, ລະ​ບ​ົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ຂອງ​ອາ​ເມ​ລິ​ກາ ຢູ່​ຣູ​ມານີ ມີ​​ບັນ​ດາ​ເຄື່ອງ​ອຸ​ປະ​ກອນ​ຍິງ Mk 41 ທີ່​ໄ​ດ້​ນຳ​ໃຊ້​ໃນ​ບັນ​ດາ​ກ່ຳ​ປັ່ນ​ສູ້​ຮົບ​ຂອງກອງ​ທັບ​ເຮືອ​ອາ​ເມ​ລິກ​າ ເພື່ອ​ຍິງ​ລູກ​ສອນ​ໄຟ​ສະ​ກັດ​ຕີ ກໍ​ຄື​ລູກ​ສອນ​ໄຟ Tomahawk. ສິ່ງ​ດັ່ງ​ກ່າວ​ແມ່ນ​ພື້ນ​ຖານ​ເພື່ອ​ຖື​ວ່າ, ເລື່ອງ​ຕິດ​ຕັ້ງ​ບັນ​ດາ​​​ລະ​ບົບ​ລູກ​ສອນ​ໄຟ​ຍິງ​ດັ່ງ​ກ່າວໃນ​ເຂດ​ດິນ​ຕໍ່​ແ​​ຜ່ນ​ແມ່ນ​ລະ​ເມີດ​ບັນ​ດາ​ຂໍ້​ມາດ​ຕາ​ໃນສົນ​ທິ​ສັນ​ຍາ​ທຳ​ລ​າຍລູກ​ສອນ​ໄຟ​ໄລ​ຍະ​ກາງ​ແລະ​ໄລ​ຍະ​ສັ້ນ​ໂດຍ​ກົງ.

ຂ່າວ/ບົດ​ອື່ນ