ລັດເຊຍຍັງມີຄວາມສາມາດຟື້ນຟູການພົວພັນດ້ານການທະຫານກັບນາໂຕ

ລັດເຊຍຍັງມີຄວາມສາມາດຟື້ນຟູການພົວພັນດ້ານການທະຫານກັບນາໂຕ - ảnh 1
ຜູ້​ຕາງ​ໜ້າ​ປະ​ຈຳ​ການ​ຂອງ​ລັດເຊຍ ຢູ່ ນາ​ໂຕ, ທ່ານ Alexander Grushko
(ພາບປະ​ກອບ: AFP/TTXVN)

(vovworld) - ຜູ້​ຕາງ​ໜ້າ​ປະ​ຈຳ​ການ​ຂອງ​ລັດເຊຍ ຢູ່ ນາ​ໂຕ, ທ່ານ Alexander Grushko ໃຫ້​ຮູ້​ວ່າ, ລັ​ດ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ຟື້ນ​ຟູ​ບັນ​ດາ​ການ​ພົວ​ພັນ​ດ້ານ​ການ​ທະ​ຫານ​ກັບ​ນາ​ໂຕ ເພື່ອ​ແນ​ໃສ່​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ທີ່​​ຮ້າຍ​ແຮງ​ທີ່​ສຸດ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ຝ່າຍ ພາຍ​ຫຼັງ​ສົງ​ຄາມ​ເຢັນ​ ມາ​ຮອດ​ປະ​ຈຸ​ບັນ. ວັນ​ທ​ີ 26/12, ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ໂດຍ​ກົງ​ທາງ​ເຄືອ​ຂ່າຍ​ອິນ​ເຕ​ີ​ແນັດ ໂດຍ​ອົງ​ການ​ສຳ​ນັ​ກ​ຂ່າ​ວ​ສານ​ສາ​ກົນ Rossiya Segodnya ຈັດ​ຕັ້ງ, ທ່ານ Alexander Grushko ເນັ້ນ​ໜັກ​ວ່າ, ລັດ​ເຊຍ ພວມ​ຊັ່ງ​ຊາ​​ຄວາມ​ສາ​ມາດ​ດັ່ງ​ກ່າວ ຖ້າ​ຫາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ ນາ​ໂຕ ຢາກ​ປັບ​ປຸງ​ການ​ພົວ​ພັນ​ດ້ານ​ການ​ທະ​ຫານ​ຢ່າງ​ແທ​້​ຈິງ. ຖ້າ​ຫາກ​ບັນ​ດາ​ຜູ້​ຕາງ​ໜ້າ​ຂັ້ນ​ສູງ​ສຳ​ພັນ​ທະ​ມິດ​ການ​ທະ​ຫານ​ໂດ​ຍ​ອາ​ເມ​ລິ​ກາ ນຳ​ໜ້ານີ້​ຢືນ​ຢັນ​​ທັດ​ສະ​ນະ​ດັ່ງ​ກ່າວ​ເປັນ​ຫຼາຍ​ຄັ້ງ, ລັດ​ເຊຍ ຈະ​ສ້າງ​ຕັ້ງ​ບັນ​ດ​າ​ການ​ພົວ​ພັນ​ດ້ານ​ການ​ທະ​ຫານ​ທຳ​ມະ​ດາ.

ຂ່າວ/ບົດ​ອື່ນ