ລັດເຊຍສະເໜີຮ່ວມມືກັບອາເມລິກາໜູນຊ່ວຍຊາວອົບພະຍົບຊີຣີ

(VOVWORLD) - ວັນທີ 04 ສິງຫາ, ກະຊວງປ້ອງກັນປະເທດລັດເຊຍ ໄດ້ຢັ້ງຢືນວ່າ ປະເທດນີ້ສະເໜີ ຮ່ວມມືກັບອາເມລິກາ ໃນບັນຫາຊາວອົບພະຍົບຊີຣີ.
ລັດເຊຍສະເໜີຮ່ວມມືກັບອາເມລິກາໜູນຊ່ວຍຊາວອົບພະຍົບຊີຣີ - ảnh 1(ພາບປະກອບ: Reuters)

ຂໍ້ມູນຂ່າວດັ່ງກ່າວໄດ້ເວົ້າເຖິງໃນຈົດໝາຍສະບັບໜຶ່ງໂດຍທ່ານຫົວໜ້າເສນາທິການໃຫຍ່ກອງທັບລັດເຊຍ Valery Gerasimov ຝາກເຖິງທ່ານປະທານສະພາເສນາທິການໃຫຍ່ທະຫານປະສົມອາເມລິກາ  Joseph Dunford ເມື່ອເດືອນ ກໍລະກົດຜ່ານມາ, ຜ່ານຊ່ອງຕິດຕໍ່ລັບ. ໃນຈົດໝາຍ, ທ່ານ Valery Gerasimov ໄດ້ແຈ້ງໃຫ້ຝ່າຍອາເມລິກາ ຊາບ ກ່ຽວກັບບັນດາມາດຕະການຂອງລັດເຊຍ ເພື່ອແນໃສ່ຮັບປະກັນສະຖຽນລະພາບຢູ່ຊີຣີ ແລະ  ຢືນຢັນວ່າ, ລັດເຊຍ ພ້ອມແລ້ວທີ່ຈະເຈລະຈາກັບຊີຣີ ກ່ຽວກັບບັນດາມາດຕະການຮັບປະກັນຄວາມປອດໄພໃຫ້ແກ່ຊາວອົບພະຍົບພວມຖືກຕົກຂ້າງຢູ່ Rukban, ກໍຄືສ້າງເງື່ອນໄຂສະດວກເພື່ອໃຫ້ເຂົາເຈົ້າສາມາດກັບບ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ