ລັດ​ເຊຍ​ຫັນ​ທິດ​ການ​ສົ່ງ​ອອກ​ນ້ຳ​ມັນ​ອອກ​ຈາກ​ບັນ​ດາ​ລູກ​ຄ້າ​ຢູ່​ເອີ​ລົບ

(VOVWORLD) -ໃນເຫດການທີ່ກ່ຽວຂ້ອງຫຼ້າສຸດ, ໃນວັນທີ 16 ມິຖຸນາ ກຸ່ມບໍລິສັດພະລັງງານ Gazprom ຂອງລັດເຊຍ ໃນ ໃຫ້ຮູ້ວ່າ Gazprom ແລະ ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ຈີນ (CNPC) ໄດ້ລົງນາມຂໍ້ຕົກລົງດ້ານເຕັກນິກ ກ່ຽວກັບການສະໜອງອາຍແກັດຜ່ານເສັ້ນທາງຕາເວັນອອກໄກ.
ລັດ​ເຊຍ​ຫັນ​ທິດ​ການ​ສົ່ງ​ອອກ​ນ້ຳ​ມັນ​ອອກ​ຈາກ​ບັນ​ດາ​ລູກ​ຄ້າ​ຢູ່​ເອີ​ລົບ - ảnh 1ພາບປະກອບ: The Moscow Times/TTXVN

ກ່າວຄຳເຫັນຢູ່ເວທີປາໄສເສດຖະກິດສາກົນ ຢູ່ St.Peterburg (ລັດເຊຍ), ວັນທີ 16 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ ລັດເຊຍ Alexander Novak ໃຫ້ຮູ້ວ່າ ລັດເຊຍ ອາດຈະປ່ຽນທິດການສົ່ງອອກພະລັງງານ ໃຫ້ລູກຄ້າ ເອີລົບ ມາເປັນສົ່ງໄປເຖິງບັນດາປະເທດຄື: ຈີນ ແລະ ອິນເດຍ ເພື່ອແນໃສ່ທົດແທນຜົນເສຍຫາຍກ່ຽວກັບລາຍຮັບຂາຍນ້ຳມັນໃຫ້ແກ່ເອີລົບ. ພ້ອມກັນນັ້ນ, ທ່ານ Alexander Novak ກໍ່ກ່າວເຕືອນວ່າ ເອີລົບ ຈະຕ້ອງທົນຕໍ່ລາຄາພະລັງງານເພີ່ມຂຶ້ນຍ້ອນຄຳສັ່ງຂວ້ຳບາດກ່ຽວກັບນ້ຳມັນ ເພື່ອຕ້ານລັດເຊຍ.

ໃນເຫດການທີ່ກ່ຽວຂ້ອງຫຼ້າສຸດ, ໃນວັນທີ 16 ມິຖຸນາ ກຸ່ມບໍລິສັດພະລັງງານ Gazprom ຂອງລັດເຊຍ ໃນ ໃຫ້ຮູ້ວ່າ Gazprom ແລະ ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ຈີນ (CNPC) ໄດ້ລົງນາມຂໍ້ຕົກລົງດ້ານເຕັກນິກ ກ່ຽວກັບການສະໜອງອາຍແກັດຜ່ານເສັ້ນທາງຕາເວັນອອກໄກ.

ຕອບກັບ

ຂ່າວ/ບົດ​ອື່ນ