ລັດເຊຍຮຽກຕົວອັກຄະລັດຖະທູດອາເມລິກາເພື່ອຄັດຄ້ານແຜນການກວດຄົ້ນຫ້ອງການການຄ້າຂອງລັດເຊຍຢູ່ນະຄອນຫຼວງວໍຊິງຕັນ

(VOVWORLD) -ວັນທີ 02 ກັນຍາ, ກະຊວງການຕ່າງປະເທດລັດເຊຍ ໄດ້ຮຽກຕົວອັກຄະລັດຖະທູດອາເມລິກາປະຈຳມົດສະກູ, ທ່ານ Amthony F.Godfrey, ເພື່ອມອບຈົດໝາຍທາງການທູດຄັດຄ້ານແຜນການກວດຄົ້ນຫ້ອງການການຄ້າລັດເຊຍ ປະຈຳວໍຊິງຕັນ.

ລັດເຊຍຮຽກຕົວອັກຄະລັດຖະທູດອາເມລິກາເພື່ອຄັດຄ້ານແຜນການກວດຄົ້ນຫ້ອງການການຄ້າຂອງລັດເຊຍຢູ່ນະຄອນຫຼວງວໍຊິງຕັນ - ảnh 1ແຜນການຂອງອາເມລິກາ “ກວດຄົ້ນຢ່າງຜິດກົດໝາຍ” ຕຶດອາຄານການທູດຂອງມົດສະກູ

(ພາບ: Reuters)

ໃນແຈ້ງການທາງແວັບໄຊທາງການ, ກະຊວງການຕ່າງປະເທດລັດເຊຍ ຖືວ່າ, ແຜນການຂອງອາເມລິກາ “ກວດຄົ້ນຢ່າງຜິດກົດໝາຍ” ຕຶດອາຄານການທູດຂອງມົດສະກູ, ໃນນັ້ນມີຫ້ອງການການຄ້າຂອງລັດເຊຍ ແມ່ນ “ການກະທຳເກາະຜິດທີ່ບໍ່ເຄີຍມີມາກ່ອນ”.

        ກ່ອນໜ້ານັ້ນ, ກະຊວງການຕ່າງປະເທດລັດເຊຍ ໃຫ້ຮູ້ວ່າ, ວັນທີ 02 ກັນຍາ, ອາເມລິກາ ມີແນວຄິດຢາກດຳເນີນການກວດຄົ້ນຕຶກສຳນັກງານສະຖານກົງສູນໃຫຍ່ລັດເຊຍ ກໍ່ຄືບັນດາເຂດເຮືອນຢູ່ຂອງບັນດາພາລະກອນການທູດ ເຊິ່ງແມ່ນເຂດຫ້າມການກວດຄົ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ