ລັດເຊຍແລະອາຊຽນມຸ່ງໄປເຖິງການເພີ່ມທະວີການພົວພັນຮ່ວມມື

ລັດເຊຍແລະອາຊຽນມຸ່ງໄປເຖິງການເພີ່ມທະວີການພົວພັນຮ່ວມມື - ảnh 1
ທ່ານ Joko Widodo, ປະທານາທິບໍດີ ອິນ​ໂດ​ເນ​ເຊຍ
(ພາບ: AFP)

(vovworld) –  ​ວັນ​ທີ 16/5, ທ່ານ Joko Widodo, ປະທານາທິບໍດີ ອິນ​ໂດ​ເນ​ເຊຍ ຢັ້ງຢືນ​ວ່າ: ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ - ລັດ​ເຊຍ, ຄາດ​ວ່າ​ຈະ​ຈັດ​ຕັ້ງ​ຢູ່​ນະຄອນ Sochi, ປະ​ເທດ ລັດ​ເຊຍ, ​ໃນ​ລະຫວ່າງ​ວັນ​ທີ 19 -20/5 ຈະ​ມາ​ເຖິງ, ຈະ​ປະກອບສ່ວນ​ເພີ່ມ​ທະວີ​ກາ​ນພົວພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ​ແລະ ຂະ​ຫຍັນ​ຂັນ​ເຄື່ອນ​ລະ​ຫວ່າງ ມົດ​ສະ​ກູ ​ແລະ ອາ​ຊຽນ ກ່ວາ​ອີກ, ກໍ່​ຄື​ສ້າງ​​ເງື່ອນ​ໄຂ​ເພື່ອ​ຍົກ​ສູງ​ການ​ພົວພັນ​ນີ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ກ່າວ​ຄຳ​​ເຫັນ​ຕໍ່​ສຳນັກ​ຂ່າວສານ ລັດ​ເຊຍ TASS, ທ່ານ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Widodo ​ເນັ້ນ​ໜັກ​ວ່າ: ມົດ​ສະ​ກູ ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ທັງ ອິນ​ໂດ​ເນ​ເຊ​ຍ ​ແລະ ອາ​ຊຽນ. ດັ່ງ​ນັ້ນ, ທີ່​ກອງ​ປະຊຸມ​ຈະ​ມາ​ເຖິງ, ບັນດາ​ການ​ນຳ ອາ​ຊຽນ ​ແລະ ລັດ​ເຊຍ ຈະ​ປຶກສາ​ຫາລື​ວິທີ​ການ​ເພີ່ມ​​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ກ່ວາ​ອີກ. ຕາມ​ແຜນການ​ແລ້ວ, ວັນ​ທີ 18/5 ຈະ​ມາ​ເຖິງ, ທ່ານ Widodo ຈະ​ໄປ​ ລັດ​ເຊຍ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ - ລັດ​ເຊຍ ຢູ່ Sochi ​ແລະ ​ເຂົ້າ​ຮ່ວມ​ການ​ເຈລະຈາ 2 ຝ່າຍ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຫຼາຍ​ຄັ້ງ.


ຂ່າວ/ບົດ​ອື່ນ