ລາຍການສິລະປະກຸສົນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ / ດີໂອຊິນ

(VOVWORLD) - ຕອນຄ່ຳວັນທີ 28 ມັງກອນ, ທີ່ຫໍພິພິທະພັນ ຮ່າໂນ້ຍ, ນັກສິລະປະກ່ວາ 40 ຄົນໄດ້ສະແດງໃນລາຍການ “ສະບາຍດີລະດູບານໃໝ່ 2018 - ຮ່ວມແຮງຮ່ວມໃຈເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ”.
ລາຍການສິລະປະກຸສົນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ / ດີໂອຊິນ - ảnh 1 ລາຍການສິລະປະກຸສົນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ / ດີໂອຊິນ 

ລາຍການໂດຍສະໂມສອນກຸສົນແຫ່ງຊາດສົມທົບກັບອົງການອາສາສະໝັກ ຫວຽດນາມ ແລະ ສະໂມສອນນັກຂ່າວໜຸ່ມຈັດຕັ້ງ. ໂດຍຜ່ານລາຍການ, ຄະນະຈັດຕັ້ງ ປາດຖະໜາຢາກໄດ້ຮັບການຮ່ວມແຮງຮ່ວມໃຈຈາກທຸກຄົນ, ທຸກຄອບຄົວໃຫ້ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ / ດີໂອຊິນ ໃນທົ່ວທຸກແຫ່ງຂອງປະເທດ, ຊ່ວຍໃຫ້ຜູ້ປະສົບເຄາະຮ້າຍ ແລະ ຄອບຄົວຂອງເຂົາເຈົ້າໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດປີຈໍ 2018 ໃນບັນຍາກາດອົບອຸ່ນ, ເບີກບານມ່ວນຊື່ນ. ທ່ານ ຫງວຽນວັນເຕີ໋ຍ, ປະທານສະໂມສອນກຸສົນແຫ່ງຊາດ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າເຄີຍ ໄປມອບຂອງຂວັນໂດຍກົງໃຫ້ຫລາຍຄອບຄົວທຸກຍາກ, ເດັກນ້ອຍທີ່ດ້ອຍໂອກາດ. ຂ້າພະເຈົ້າເຫັນວ່າ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມມີຄວາມທຸກຍາກ, ເຂົາເຈົ້າບໍ່ສາມາດໄປມາ, ກິນດື່ມ, ອາບນ້ຳດ້ວຍຕົນເອງໄດ້. ຈາກນັ້ນ ຂ້າພະເຈົ້າຄິດວ່າ ຕົວເອງຕ້ອງພະຍາຍາມປະຕິບັດບັນດາລາຍການຄືດັ່ງກ່າວ ເພື່ອລະດົມກຳລັງໃຈບັນດາຄອບຄົວ, ຜູ້ປະສົບເຄາະຮ້າຍຈາກທິດພິດສີສົ້ມທີ່ທຸກຍາກ ແລະ ຮຽກຮ້ອງວົງຄະນະຍາດຈົ່ງຮ່ວມແຮງຮ່ວມໃຈຊ່ວຍເຫຼືອ, ສະໜັບສະໜູນໃຫ້ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ / ດີໂອຊິນ ຂອງ ຫວຽດນາມ ”.

ຕອບກັບ

ຂ່າວ/ບົດ​ອື່ນ