ລາຍ​ການ​ສະ​ແດງ​ສິ​ລະ​ປະ “ດອກ​ໄມ້​ສີ​ແດງ” ຄັ້ງ​ທີ 13

(VOVWORLD) - ລາຍການສະແດງສິລະປະ “ດອກໄມ້ສີແດງ” ສະເຫຼີມສະຫຼອງ 73 ປີແຫ່ງວັນທະຫານເສຍອົງຄະ ນັກຮົບເສຍສະຫຼະຊີວິດເພື່ອຊາດປີນີ້ ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 17 ກໍລະກົດຢູ່ໂຮງລະຄອນໃຫ່ຍທີ່ນະຄອນຫຼວງຮ່າໂນ້ຍ.
  ລາຍ​ການ​ສະ​ແດງ​ສິ​ລະ​ປະ “ດອກ​ໄມ້​ສີ​ແດງ” ຄັ້ງ​ທີ 13 - ảnh 1

(ພາບ: ໜັງສືພິມຮ່າໂນ້ຍໃໝ່)

    ຜ່ານບັນດາບົດເພງປະຕິວັດໄດ້ຮັບຄວາມນິຍົມຜ່ານການເວລາ, ລາຍການສະແດງດັ່ງກ່າວ ອີກເທື່ອໜຶ່ງໄດ້ວາດພາບປະຫວັດສາດແຫ່ງການຕໍ່ສູ້ປົດປ່ອຍຊາດຄືນໃໝ່, ເພື່ອເອກະລາດ, ເສລີພາບ, ຄວາມເປັນເອກະພາບຂອງປະເທດຊາດ, ຊາວຫວຽດນາມ ຜູ້ດີເດັ່ນນັບລ້ານຄົນໄດ້ອຸທິດຊີວິດໄວໜຸ່ມຂອງຕົນໃຫ້ແກ່ປະເທດຊາດ ຊື່ງໃນນັ້ນມີຫຼາຍຄົນໄດ້ເສຍສະຫຼະຊີວິດແລ້ວ. ຜູ້ທີ່ໄດ້ກັບມາຈາກສະດາສະໜາມຮົບກໍ່ບືນຕົວຂຶ້ນ, ຜ່ານຜ່າຄວາມເຈັບປວດສູນເສຍ, ມານະພະຍາຍາມອອກແຮງງານທຳການຜະລິດຢ່າງບໍ່ຢຸດຢັ້ງ, ສ້າງຊີວິດການເປັນຢູ່ຢ່າງເປັນປົກກະຕິ, ສືບຕໍ່ປະກອບສ່ວນໃຫ້ແກ່ປະຊາຄົມ ແລະ ສັງຄົມ.

   ຜ່ານການຈັດຕັ້ງມາ 12 ຄັ້ງ, ລາຍການສະແດງສິລະປະ “ດອກໄມ້ສີແດງ” ສາມາດລະດົມເງິນບໍລິຈາກໄດ້ເກືອບ 60 ຕື້ດົ່ງ, ຈາກນັ້ນໄດ້ມອບເຮືອນແຫ່ງສາຍຈິດສາຍໃຈ 610 ຫຼັງ, ປື້ມເງິນຝາກປະຢັດກ່ວາ 11.000 ຫົວ, ມອບທຶນສຶກສາກ່ວາ 5500 ທຶນ ແລະ ຂອງຂວັນຫຼາຍພູດໃຫ້ແກ່ບັນດາຄອບຄົວ ທະຫານເສຍອົງຄະ ນັກຮົບເສຍສະຫຼະຊີວິດເພື່ອຊາດ, ແມ່ຫວຽດນາມ ວິລະຊົນ, ຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດ… ທ່ານເລແມັ້ງຮຸ່ງ ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ແບ່ງປັນວ່າ:

   ການນຳ ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ຕີລາຄາສູງ ແລະ ຮັບຮູ້ວ່າ ລາຍການນີ້ມີກຳລັງແຜ່ຂະຫຍາຍ, ຕ້ອງສືບຕໍ່ໂຄສະນາເພື່ອໃຫ້ປະຊາຊົນທຸກຄົນມີບັນດາການເຄື່ອນໄຫວຕອບບຸນແທນຄຸນຕໍ່ຄຸນງາມຄວາມດີອັນໃຫ່ຍຫຼວງຂອງບັນດານັກວິລະຊົນ, ທະຫານເສຍອົງຄະ ນັກຮົບເສຍສະຫຼະຊີວິດເພື່ອຊາດ..

ຕອບກັບ

ຂ່າວ/ບົດ​ອື່ນ