ລາຍການສະແດງສິລະປະ “ສີສັນ ຫວຽດນາມ ແລະ ນ້ຳໃຈມິດຕະພາບ ຫວຽດນາມ - ລາວ”

(VOVWORLD) - ກ່າວຄຳເຫັນທີ່ລາຍການ, ທ່ານ ເຈິ່ນຮຸຍຕ໋ວານ, ຫົວໜ້າຄະນະປະຕິບັດງານຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ...
ລາຍການສະແດງສິລະປະ “ສີສັນ ຫວຽດນາມ ແລະ ນ້ຳໃຈມິດຕະພາບ ຫວຽດນາມ - ລາວ” - ảnh 1ການສະແດງສິລະປະທີ່ລາຍການ

ຕອນຄ່ຳວັນທີ 28 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຈັດລາຍການສະແດງສິລະປະທີ່ມີຊື່ວ່າ “ສີສັນ ຫວຽດນາມ ແລະ ນ້ຳໃຈສາມັກຄີ ຫວຽດນາມ - ລາວ”. ກ່າວຄຳເຫັນທີ່ລາຍການ, ທ່ານ ເຈິ່ນຮຸຍຕ໋ວານ, ຫົວໜ້າຄະນະປະຕິບັດງານຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ: ນີ້ແມ່ນຂອງຂວັນທາງດ້ານຈິດໃຈທີ່ເປັນປະໂຫຍດເພື່ອໃຫ້ປະຊາຊົນເພື່ອຄວາມຮັກຊີວິດ, ພະຍາຍາມໃຫ້ເຫັນກ່ວາອີກໃນການພັດທະນາເສດຖະກິດຄອບຄົວ, ປະກອບສ່ວນສ້າງເສດຖະກິດຂອງປະເທດຊາດໃຫ້ນັບມື້ນັບພັດທະນາ. ທີ່ລາຍການ, ບັນດາຜູ້ແທນ ແລະ ພໍ່ແມ່ປະຊາຊົນຊາວ ຫວຽດນາມ ນັບຮ້ອຍຄົນໄດ້ຮັບຟັງບັນດານັກສິລະປິນຂອງສອງປະເທດສະແດງບັນດາບົດເພງ, ວາດຟ້ອນຍ້ອງຍໍຊົມເຊີຍກ່ຽວກັບຄວາມງາມຂອງປະເທດຊາດ, ປະຊາຊົນ ຫວຽດນາມ ແລະ ນ້ຳໃຈມິດຕະພາບ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ