ລາວ ຄາດຄະເນການເລີ່ມລົງມືກໍ່ສ້າງໂຄງການທາງລົດໄຟເຊື່ອມຕໍ່ ລາວ - ຫວຽດນາມ ໃນປີ 2021

(VOVWORLD) - ໜັງສືພິມ “Vientiane Times” ສະບັບອອກວັນທີ 17 ຕຸລາ ໄດ້ໃຫ້ຂ່າວວ່າ ລັດຖະບານ ລາວ ໄດ້ມອບໃຫ້ບໍລິສັດການຄ້ານ້ຳມັນອາຍແກັດລາວ (Petro Trade) ດຳເນີນການຄົ້ນຄວ້າຄວາມເປັນໄປໄດ້ກ່ຽວກັບໂຄງການກໍ່ສ້າງທາງລົດໄຟ ລາວ - ຫວຽດນາມ ແຕ່ເມືອງ ທ່າແຂກ, ແຂວງ ຄຳມ່ວນ (ລາວ) ໄປເຖິງຊາຍແດນ ຫວຽດນາມ.

 ທີ່ພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງກະຊວງແຜນການ ແລະ ການລົງທຶນ ລາວ ກັບບໍລິສັດ  Petro Trade ໃນວັນທີ 15 ຕຸລາ, ທ່ານ ຈັນທອນ ສິດທິໄຊ, ປະທານບໍລິສັດ Petro Trade ໃຫ້ຮູ້ວ່າ: “ເສັ້ນທາງລົດໄຟມີລວງຍາວປະມານແຕ່ 240 – 270 ກິໂລແມັດ, ໃນນັ້ນ ລວງຍາວໄປຜ່ານດິນແດນລາວ ແມ່ນປະມານ 150 ກິໂລແມັດ. ໂຄງການດັ່ງກ່າວ ຄາດວ່າຈະເລີ່ມລົງມືກໍ່ສ້າງໃນທ້າຍປີ 2021 ແລະ ຈະສຳເລັດໃນປີ 2024. ນີ້ຈະແມ່ນເສັ້ນທາງລົດໄຟໄດ້ມາດຕະຖານສາກົນ. ເສັ້ນທາງລົດໄຟຈະຊ່ວຍເຊື່ອມຕໍ່ລາວ ກັບພາກພື້ນ ອາຊຽນ, ເອື້ອອຳນວຍໃຫ້ ລາວ ພັດທະນາພື້ນຖານໂຄງລ່າງ ແລະ ບັນດາຮາກຖານດ້ານວັດຖຸໃຫ້ແກ່ການລົງທຶນການຄ້າ ແລະ ກະສິກຳ, ນຳມາເຊິ່ງຄວາມສາມາດບົ່ມຊ້ອນໃຫ້ລາວ ເພື່ອກາຍເປັນປະເທດອຸດສາຫະກຳ, ທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ