ລາວ ຕີລາຄາສູງການໜູນຊ່ວຍຂອງ ຫວຽດນາມ ໃນຂົງເຂດການສຶກສາ

(VOVWORLD) -   ວັນທີ 30 ມິຖຸນາ ຜ່ານມາ, ຝ່າຍ ຫວຽດນາມ ໄດ້ມອບໂຮງຮຽນຫລັງດັ່ງກ່າວໃຫ້ຝ່າຍ ລາວ, ໂຮງຮຽນມີ 3 ຊັ້ນ, ມີຫ້ອງຮຽນ 40 ຫ້ອງ ໄດ້ຕິດຕັ້ງບັນດາອຸປະກອນການຮຽນ-ການສອນຢ່າງຄົບຖ້ວນ.
ລາວ ຕີລາຄາສູງການໜູນຊ່ວຍຂອງ ຫວຽດນາມ ໃນຂົງເຂດການສຶກສາ - ảnh 1 (ລາວ ຕີລາຄາສູງການໜູນຊ່ວຍຂອງ ຫວຽດນາມ ໃນຂົງເຂດການສຶກສາ / vientianetimes.org.la)

  ໜັງສືພິມ “Vientiane Times” ສະບັບອອກວັນທີ 03 ກໍລະກົດ ໄດ້ໃຫ້ຂ່າວວ່າ ເດັກນ້ອຍຢູ່ເມືອງ ບຸນເໜືອ, ແຂວງ ຜົ້ງສາລີ, ພາກເໜືອປະເທດ ລາວ ຫາກໍ່ມີໂຮງຮຽນຫຼັງໃໝ່ທີ່ໃຫຍ່ໂຕ ແລະ ສວຍງາມ ດ້ວຍມູນຄ່າການກໍ່ສ້າງ 49 ຕື້ກີບ ນັ້ນແມ່ນຂອງຂວັນທີ່ລັດຖະບານ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ລັດຖະບານ ແລະ ປະຊາຊົນລາວ ເນື່ອງໃນໂອກາດ 2 ປະເທດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1962 - 2017) ແລະ 40 ປີແຫ່ງວັນ 2 ປະເທດເຊັນສົນທິສັນຍາວ່າດ້ວຍການຮ່ວມມື, ມິດຕະພາບ (1977 - 2017).

        ວັນທີ 30 ມິຖຸນາ ຜ່ານມາ, ຝ່າຍ ຫວຽດນາມ ໄດ້ມອບໂຮງຮຽນຫລັງດັ່ງກ່າວໃຫ້ຝ່າຍ ລາວ, ໂຮງຮຽນມີ 3 ຊັ້ນ, ມີຫ້ອງຮຽນ 40 ຫ້ອງ ໄດ້ຕິດຕັ້ງບັນດາອຸປະກອນການຮຽນ-ການສອນຢ່າງຄົບຖ້ວນ. ນອກນັ້ນ, ໂຮງຮຽນຍັງມີເຂດຫ້ອງການໃຫ້ຄູອາຈານ, ມີເດີ່ນກິລາ ແລະ ສະໂມສອນ. ເລື່ອງນຳໂຮງຮຽນເຂົ້າເຄື່ອນໄຫວ ຈະຊ່ວຍໃຫ້ນັກຮຽນກ່ວາ 1.700 ຄົນໄດ້ຮັບຜົນປະໂຫຍດ ຍ້ອນມີສະພາບແວດລ້ອມແຫ່ງການຮ່ຳຮຽນທີ່ດີກ່ວາ.

        ແລະກໍ່ຕາມໜັງສືພິມສະບັບດັ່ງກ່າວແລ້ວ, ໂຮງຮຽນໄດ້ຮັບການກໍ່ສ້າງ ດ້ວຍຈຸດປະສົງພັດທະນາບັນດາຮາກຖານການສຶກສາໃຫ້ມີຄຸນນະພາບສູງ ແນໃສ່ປັບປຸງຄຸນນະພາບການຮຽນ-ການສອນ ເພື່ອຕອບສະໜອງບັນດາມາດຕະຖານສາກົນ, ພ້ອມທັງ ຍົກສູງໝາກຜົນການສຶກສາພື້ນຖານ ແລະ ໜູນຊ່ວຍພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ