ລາວ​ ຖື​ການ​ພົວ​ພັນ​ພິ​ເສດ​ກັບຫວຽດ​ນາມ​ເປັນ​ສຳ​ຄັນ​ທີ່​ສຸດ

(VOVWORLD) -ເຖິງວ່າປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນໄລຍະກ່ວາ 1 ປີທີ່ຜ່ານມາ ແຕ່ສອງປະເທດ ຫວຽດນາມ ແລະ ລາວ ຍາມໃດກໍ່ຊ່ວຍເຫຼືອກັນໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19
ລາວ​ ຖື​ການ​ພົວ​ພັນ​ພິ​ເສດ​ກັບຫວຽດ​ນາມ​ເປັນ​ສຳ​ຄັນ​ທີ່​ສຸດ - ảnh 1ທ່ານກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີລາວ, ປະທານຄະນະ ສະເພາະກິດສູນກາງກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງ ລາວ (ພາບ: TTXVN)

ເນື່ອງໃນໂອກາດການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລູນ ສີສຸລິດ  ແລະ ພັນລະຍາ, ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳລາວ ໄດ້ມີການສຳພາດ ທ່ານກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີລາວ, ປະທານຄະນະ ສະເພາະກິດສູນກາງກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງ ລາວ ກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ກໍ່ຄືການພົວພັນຮ່ວມມືລະຫວ່າງ ສອງປະເທດ ຫວຽດນາມ - ລາວ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນໄລຍະຈະມາເຖິງ.

ທ່ານກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີລາວຢັ້ງຢືນວ່າ ລາວແລະຫວຽດນາມແມ່ນສອງປະເທດມີຈຸດຄ້າຍຄືກັນຫຼາຍຈຸດ, ອາດຈະພ້ອມກັນປຶກສາຫາລື, ຄົ້ນຄວ້ານຳກັນ, ດັ່ງນັ້ນການຢ້ຽມຢາມຄັ້ງນີ້ເພື່ອປຶກສາຫາລື, ປະກອບຄຳເຫັນຊ່ວຍກັນເພື່ອແນໃສ່ສົມທົບກັນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະປະເທດ, ຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດ, ບັນດາມາດຕະການເພື່ອເພີ່ມທະວີ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດຄື: ການເມືອງ, ຄວາມໝັ້ນຄົງ, ປ້ອງກັນຊາດ, ເສດຖະກິດ, ການຄ້າ, ວັດທະນະທຳ, ສັງຄົມ…

ເຖິງວ່າປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນໄລຍະກ່ວາ 1 ປີທີ່ຜ່ານມາ ແຕ່ສອງປະເທດ ຫວຽດນາມ ແລະ ລາວ ຍາມໃດກໍ່ຊ່ວຍເຫຼືອກັນໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19, ທ່ານກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີລາວ ຖືວ່າ ນີ້ແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືທີ່ພົ້ນເດັ່ນ ແລະ ມີປະສິດທິຜົນສູງລະຫວ່າງສອງປະເທດໃນໄລຍະທີ່ຜ່ານມາ.

ນັບແຕ່ຫົວທີ, ການນຳສອງປະເທດໄດ້ແລກປ່ຽນຂໍ້ມູນທີ່ກ່ຽວຂ້ອງເຖິງພະຍາດນີ້. ນີ້ແມ່ນການຮ່ວມມືຢ່າງແໜ້ນແຟ້ນທີ່ສຸດ, ທັນການທີ່ສຸດ ແລະ ແມ່ນປະຖົມປັດໄຈໃຫ້ແກ່ບັນດາທິດທາງຊີ້ນຳຂອງທຸກການເຄື່ອນໄຫວໃນໄລຍະຈະມາເຖິງ ໃນການເຄື່ອນໄຫວປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງແຕ່ລະປະເທດ, ປະກອບສ່ວນສ້າງຂຶ້ນບັນດາຜົນງານໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງທັງ ຫວຽດນາມ ແລະ ລາວ. ທ່ານຖືວ່າ ຫວຽດນາມ ກໍ່ແມ່ນປະເທດທຳອິດສົ່ງຖ້ຽວບິນພິເສດ, ຂົນສົ່ງອຸປະກອນການແພດ, ນັກຊ່ຽວຊານຂັ້ນສູງໄປຍັງລາວ ເພື່ອຊ່ວຍລາວ ຕ້ານການແຜ່ລະບາດຂອງໂລກລະບາດໂຄວິດ - 19 ຮອບທີ 2. ສິ່ງນີ້ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມສົນໃຈ, ຮູ້ສຶກເປັນຫ່ວງເປັນໃຍຢ່າງຈິງໃຈຂອງ ຫວຽດນາມ ຕໍ່ ລາວ ເທົ່ານັ້ນ, ຫາກຍັງ ສະແດງໃຫ້ເຫັນການຊ່ວຍເຫຼືອຢ່າງທັນການ, ຖືກຕ້ອງກັບວັນເວລາ ແລະ ຄວາມຕ້ອງການຂອງ ລາວ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ