ລາວຄາດວ່າເສດຖະກິດຈະເຕີບໂຕ 3,3% ໃນປີ 2020

(VOVWORLD) -ເຖິງວ່າເສດຖະກິດຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ການເຕີບໂຕເສດຖະກິດຂອງລາວ ຍັງຢູ່ໃນລະດັບ 3,3%.

ລາວຄາດວ່າເສດຖະກິດຈະເຕີບໂຕ 3,3% ໃນປີ 2020 - ảnh 1 ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ

(ພາບ: KPL)

ກ່າວຄຳເຫັນທີ່ພິທີໄຂກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 8 ຂອງລາວ ຫວ່າງມໍ່ໆມານີ້, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໃຫ້ຮູ້ວ່າ, ເຖິງວ່າເສດຖະກິດຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ການເຕີບໂຕເສດຖະກິດຂອງລາວ ຍັງຢູ່ໃນລະດັບ 3,3%.

        ຕາມທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລ້ວ, ໂລກລະບາດໂຄວິດ-19 ໄດ້ເຮັດໃຫ້ພື້ນຖານເສດຖະກິດຂອງລາວ ເຊິ່ງເຄີຍປະສົບກັບຄວາມຫຍຸ້ງຍາກໃນ 2 – 3 ປີມໍ່ໆມານີ້ມີຄວາມຫຍຸ້ງຍາກຂຶ້ນຕື່ມ, ເມື່ອລາຍຮັບງົບປະມານຖືກຫຼຸດລົງ, ບາງເປົ້າໝາຍການເຕີບໂຕບໍ່ບັນລຸໄດ້ຄືດັ່ງແຜນການທີ່ໄດ້ວາງອອກ. ແຕ່ທ່ານນາຍົກລັດຖະມົນຕີລາວ ກໍ່ສະແດງຄວາມປະເອີບໃຈເມື່ອເສດຖະກິດຂອງລາວ ຍັງບັນລຸລະດັບເຕີບໂຕເປັນບວກ, ໃນຂະນະທີ່ເສດຖະກິດທົ່ວໂລກເຕີບໂຕໃນລະດັບລົບ 4,4%.

        ໄລ່ຮອດທ້າຍເດືອນ ກັນຍາ, ການສົ່ງອອກຂອງລາວ ບັນລຸ 4,27 ຕື້ USD, ເທົ່າກັບປະມານ 71% ແຜນການປີ 2020, ການນຳເຂົ້າບັນລຸເກືອບ 3,82 ຕື້ USD, ເທົ່າກັບ 64,68%. ການສະສົມເງິນຕາຕ່າງປະເທດສາມາດຮັບປະກັນໃຫ້ແກ່ການນຳເຂົ້າ ກວ່າ 5 ເດືອນ.

        ຕາມນັກຊ່ຽວຊານທາງດ້ານເສດຖະກິດບາງທ່ານແລ້ວ, ພື້ນຖານເສດຖະກິດຂອງລາວ ຈະໄດ້ຮັບການຟື້ນຟູເມື່ອໂລກລະບາດໂຄວິດ-19 ໄດ້ຮັບການແກ້ໄຂ ແລະ ບາງໂຄງການທາງໃຫຍ່ຂອງລາວ ໄດ້ຮັບການຂຸດຄົ້ນ ແລະ ນຳເຂົ້າໃຊ້ການ.

ຕອບກັບ

ຂ່າວ/ບົດ​ອື່ນ