ລາວ​ຍົກ​ເລີກ​​ຂໍ້​ກຳ​ນົດ​​ແຈ້ງ​ໃບຢັ້ງ​ຢືນ​ສັກ​ວັກ​ຊີນ​ປ້ອງ​ກັນ ໂຄວິດ 19 ເມື່ອ​ເຂົ້າ​​ປະ​ເທດ

(VOVWORLD) -ວັນທີ 26 ທັນວາ, ລັດຖະບານລາວໄດ້ຍົກເລີກບັນດາຂໍ້ກຳນົດ ກ່ຽວກັບການແຈ້ງໃບຢັ້ງຢືນສັກວັກຊີນປ້ອງກັນ ໂຄວິດ 19 ແລະ ການກວດຫາເຊື້ອໂຄວິດ 19 ດ້ວຍເຄື່ອງກວດແບບໄວ ພາຍໃນດ 48 ຊົ່ວໂມງ ກ່ອນເດີນທາງເຂົ້າປະເທດ.
ລາວ​ຍົກ​ເລີກ​​ຂໍ້​ກຳ​ນົດ​​ແຈ້ງ​ໃບຢັ້ງ​ຢືນ​ສັກ​ວັກ​ຊີນ​ປ້ອງ​ກັນ ໂຄວິດ 19 ເມື່ອ​ເຂົ້າ​​ປະ​ເທດ - ảnh 1(ພາບປະກອບ: TTXVN)

ວຽກງານດັ່ງກ່າວແມ່ນໜຶ່ງໃນບັນດານະໂຍບາຍໃໝ່ຂອງລາວ ສະແດງອອກເຖິງການຄວບຄຸມໂລກລະບາດໂຄວິດ 19 ໄດ້ດີ ຂອງລັດຖະບານລາວ ໃນໄລຍະຜ່ານມາ ແລະກໍ່ເພື່ອຊຸກຍູ້ ແລະ ພັດທະນາເສດຖະກິດຂອງປະເທດຊາດໃນໄລຍະຫຼັງໂຄວິດ 19.

        ກ່ອນໜ້ານີ້, ວັນທີ 9 ພຶດສະພາ 2022, ລັດຖະບານລາວໄດ້ປະກາດເປີດປະຕູທຸກດ່ານຊ່າຍແດນສາກົນ ແລະ ອະນຸຍາດໃຫ້ພົນລະເມືອງລາວ, ຄົນຕ່າງປະເທດ, ຜູ້ບໍ່ມີສັນຊາດ ໄດ້ເຂົ້າ-ອອກ ລາວ; ພົນລະເມືອງບັນດາປະເທດທີ່ມີຂໍ້ຕົກລົງຍົກເວັ້ນວີຊາກັບ ລາວ ສາມາດເຂົ້າປະເທດໂດຍບໍ່ຈຳເປັນຕ້ອງຂໍວີຊາ. ແນວໃດກໍ່ຕາມ, ເມື່ອເຂົ້າປະເທດຕ້ອງມີໃບຢັ້ງຢືນສັກວັກຊີນປ້ອງກັນ ໂຄວິດ 19 ແລະ ຜົນກວດດ້ວຍເຄື່ອງກວດແບບໄວ ພາຍໃນໄລຍະ 48 ຊົ່ວໂມງ.

ຕອບກັບ

ຂ່າວ/ບົດ​ອື່ນ