ລາວ​ຕີ​ລາຄາ​ສູງ​ເລື່ອງ ຫວຽດນາມ ​ໃນ​ບົດບາດ​ເປັນ​ປະທານ ອາຊຽນ

(VOVWORLD) -     ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຂອງ ລາວ ໄດ້ຕີລາຄາວ່າ ຫວຽດນາມ ພວມດໍາລົງບົດບາດເປັນປະທານ ອາຊຽນ 2020 ໄດ້ເປັນຢ່າງດີ, ພິເສດແມ່ນໃນການນໍາພາ ອາຊຽນ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຈາກໂລກລະບາດໂຄວິດ - 19.
ລາວ​ຕີ​ລາຄາ​ສູງ​ເລື່ອງ ຫວຽດນາມ ​ໃນ​ບົດບາດ​ເປັນ​ປະທານ ອາຊຽນ - ảnh 1ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ທອງຜ່ານ ສະຫວັນເພັດ (ພາບ: TTXVN)

        ເມື່ອຕອບສໍາພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ລາວ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ທອງຜ່ານ ສະຫວັນເພັດ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ດ້ວຍຖານະເປັນປະທານ ອາຊຽນ ຫວຽດນາມໄດ້ພະຍາຍາມນໍາພາບັນດາປະເທດ ອາຊຽນ ເພື່ອພ້ອມກັນຜ່ານຜ່າບັນດາສິ່ງທ້າທາຍ ເຊິ່ງ ອາຊຽນ ຕ້ອງປະເຊີນໜ້າ ຍ້ອນຜົນກະທົບຂອງໂລກລະບາດໂຄວິດ - 19. ຫວຽດນາມ ໄດ້ຍົກອອກບັນດາຂໍ້ລິເລີ່ມທີ່ແຕກຕ່າງກັນກ່ຽວກັບຮູບແບບການເຊື່ອມຕໍ່ ເພື່ອຈັດຕັ້ງການພົບປະຄັ້ງຕ່າງໆ ນັບແຕ່ຜູ້ແທນຂັ້ນສູງ, ຂັ້ນລັດຖະມົນຕີ ຕະຫຼອດຮອດຂັ້ນວິຊາການ, ເພື່ອໃຫ້ບັນດາຝ່າຍພ້ອມກັນສະກັດກັ້ນ ແລະ ແກ້ໄຂຜົນກະທົບຈາກໂລກລະບາດ. ໃນໄລຍະຜ່ານມາ, ພາຍໃຕ້ການນໍາພາຂອງຫວຽດນາມ, ໂດຍບໍ່ຫົວຊາຕໍ່ສະພາບການສັບສົນຂອງໂລກລະບາດໂຄວິດ - 19, ກອງປະຊຸມຂັ້ນສູງຕ່າງໆຂອງ ອາຊຽນ, ອາຊຽນ + 3, ອາຊຽນ ກັບບັນດາປະເທດຄູ່ຮ່ວມມື... ຍັງດໍາເນີນໄປເປັນປົກກະຕິ. ບັນດາກອງປະຊຸມທັງໝົດເຫຼົ່ານັ້ນ ລ້ວນແຕ່ມີຈຸດປະສົງອັນດຽວກັນ ນັ້ນແມ່ນ ເພື່ອໃຫ້ບັນດາຝ່າຍພ້ອມກັນແລກປ່ຽນປະສົບການກ່ຽວກັບແບບວິທີສະກັດກັ້ນ ແລະ ແກ້ໄຂຜົນກະທົບຈາກໂລກລະບາດ. ອາຊຽນ ກໍໄດ້ສ້າງຕັ້ງກົນໄກແລກປ່ຽນ ແລະ ປຶກສາຫາລືເຊິ່ງກັນແລະກັນ ເພື່ອພ້ອມກັນຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນໍາ ອາຊຽນ, ບັນດາລັດຖະມົນຕີ ອາຊຽນ, ກໍຄືໃນການຮ່ວມມືຂອງກຸ່ມ ກັບບັນດາປະເທດຄູ່ຮ່ວມມື.

        ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຂອງ ລາວ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງຫວຽດນາມ, ອາຊຽນ ຈະພ້ອມກັນມຸ່ງໄປເຖິງຜົນສໍາເລັດ ແລະ ລາວ ຍາມໃດກໍສະໜັບສະໜູນ ແລະ ໜູນຊ່ວຍ ເພື່ອໃຫ້ຫວຽດນາມ ປະຕິບັດສໍາເລັດບົດບາດເປັນປະທານ ອາຊຽນ.  

ຕອບກັບ

ຂ່າວ/ບົດ​ອື່ນ