ລາວສະເໜີຕົວໂລໂກ,ຄຳຂວັນແລະແວັບໄຊໃຫ້ອາຊຽນ2016ຢ່າງເປັນທາງການ

ລາວສະເໜີຕົວໂລໂກ,ຄຳຂວັນແລະແວັບໄຊໃຫ້ອາຊຽນ2016ຢ່າງເປັນທາງການ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ
​ກະຊວງ​ການ​ຕ່າງປະ​ເທດ​ລາວ ທອງ​ລຸນ ສີ​ສຸ​ລິດ)


(vovworld) – ວັນ​ທີ 11/11, ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເໜີ​ຕົວໂລ​ໂກ, ຄຳ​ຂວັນ​​ ແລະ​ ແວັບ​​ໄຊ​ໃຫ້​ອາ​ຊຽນ 2016, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ ທອງ​ລຸນ ສີ​ສຸ​ລິດ ​ເນັ້ນ​ໜັກ​ວ່າ: ​ໂລ​ໂກມີ​ 10 ວົງ​ມົນ​ເຊື່ອມ​ຕໍ່ຕິດ​ຈອດ​ໃສ່​ກັນ, ລວມມີ​ຕາ​ ​ແລະ ຝ່າມືຢູ່​ອ້ອມ​ສັນຍາ​ລັກ​ອາ​ຊຽນ (Asean Emblem) ​ເປັນ​ສັນຍາ​ລັກໃຫ້​ປະຊາ​ຄົມ​ອາ​ຊຽນ (ASEAN Community)… ຕາ ​ແມ່ນ​ສັນຍາ​ລັກ​ໃຫ້​ວິ​ໄສ​ທັດ​ຂອງ​ປະຊາ​ຄົມ​ອາ​ຊຽນ ປີ 2025 (ASEAN  Vision 2025). ບັນດາຝ່າ​ມື ​​ສະ​ແດງ​ໃຫ້​ເຫັນ​ຄວາມປອງ​ດອງ​, ສາມັກ​ຄີ ​ແລະ ຮ່ວມ​ມື​ກັນຢ່າງ​ແໜ້ນ​​ແຟ້ນ ກໍ​ຄື​ຄວາ​ປາດ​ຖະໜາ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ ​ແລະ ພັດທະນາ​​ວັດ​ຖະນາ​ຖາວອນ​ກວ່າ ​ໃນ​ປະຊາ​ຄົມ​ອາ​ຊຽນ, ຜ່ານ​ການ​ປະຕິບັດ​ວິ​ໄສທັດ​ປະຊາ​ຄົມ​ອາ​ຊຽນ ປີ 2025 ​ໃຫ້​ເໝາະສົມ​ກັບ​ຫົວ​ຂໍ້​ຂອງ​ອາ​ຊຽນ ປີ 2016. ບັນດາ​ສີ​ແຕກ​ຕ່າ​ງກັນ​ທີ່​ໄດ້​ນຳ​ໃຊ້​ໃນ​ໂລ​ໂກຄື: ສີ​ແດງ​ເປັນ​ສັນຍາ​ລັກ​ໃຫ້​ຄວາມ​ແຮງ​ກ້າ ​ແລະ ກຳລັງ​ໜູນ, ສີ​ເຫຼືອງ​ແມ່ນ​ສັນຍາ​ລັກ​ໃຫ້​ຄວາມ​ວັດ​ທະນາ​ຖາ​ວອນ, ສີ​​ຟ້າ​ແມ່ນ​ຄວາມ​ມຸ່ງ​ຫວັງ​ໃຫ້​​ສັນຕິ​ພາບ ​ແລະ ສະຖຽນ​ລະ​ພາບ, ສີຂຽວ​​ສະ​ແດງ​ໃຫ້​ເຫັນ​ການ​ເຕີບ​​ໂຕ ​ແລະ ຄວາມ​ກົມ​ກຽວ ​ແລະ ສີ​ສົ້ມ​ແມ່ນ​ສີ​ແຫ່ງ​ຄວາມ​ອົບ​ອຸ່ນ ​ແລະ ຜາ​ສຸກ. ບັນດາ​ສີ​ຢູ່​ວົງນອກຂອງ​ໂລ​ໂກ, ​ແມ່ນ​ຕາງ​ໜ້າ​ໃຫ້​​ສີ​​ທຸງ​ຊາດ​ຂອງ​ບັນດາປະ​ເທດ​ສະມາຊິກ​ອາ​ຊຽນ, ສິ່ງ​ດັ່ງກ່າວ​ພິສູດ​ໃຫ້​ເຫັນລັກສະນະ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ​ໃນ​ອາ​ຊຽນ. ສ່ວນ​ແຖວ​ໜັງສື “LAOS 2016” ມີ​ຄວາມ​ໝາຍວ່າ, ປະ​ເທດສປປ.ລາວ ​​ເປັນ​ປະທານ​ອາ​ຊຽນ ​ໃນ​ປີ 2016 ​ແລະ ​ແວັບ​​ໄຊ​ທາງ​ການ​ຂອງອາ​ຊຽນ 2016 ​ແມ່ນ www.asean2016.gov.la

ລາວສະເໜີຕົວໂລໂກ,ຄຳຂວັນແລະແວັບໄຊໃຫ້ອາຊຽນ2016ຢ່າງເປັນທາງການ - ảnh 2
(​ແວັບ​​ໄຊ​ທາງ​ການ​ຂອງອາ​ຊຽນ 2016 ​
ແມ່ນ www.asean2016.gov.la)

      ອາ​ຊຽນ ​ຈະ​ປະກາດ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ໃນ​ວັນ​ທີ 31/12/2015. ປີ 2016 ​ແມ່ນ​ປິ​ທຳ​ອິດ ບໍ່​ພຽງ​ແຕ່​ໃຫ້​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ເທົ່າ​ນັ້ນ, ຫາກ​ຍັງມີ​ຄວາມ​ໝາຍສຳຄັນ​ສຳລັບ​ການ​ປະຕິບັດ​ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ ປີ 2025 ອີກ​ດ້ວຍ. ສະ​ນັ້ນ, ປີ 2016 ​ແມ່ນ​ຈຸດເວລາ​ເພື່ອ​ໃຫ້ອາ​ຊຽນ ສຸມ​ໃສ່​ຄວາມ​ມານະ​ພະຍາຍາມ​ເພີ່ມ​ທະວີ​ການ​ຮັດ​ແໜ້ນ​ໃນ​ປະ​ຊາ​ຄົມ​ອາ​ຊຽນ ກວ່າ​ອີກ, ດ້ວຍ​ການ​ປະຕິບັດ​ບັນດາ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ ປີ 2025. ສະ​ນັ້ນ, ສປປ.ລາວ ​ໄດ້​ຍົກ​ອອກ​ຄຳ​ຂວັນທີ່​ວ່າ “ຫັນ​ປະຊາ​ຄົມ​ອາ​ຊຽນ ທີ່​ຈະ​ຫຍັນ​ຂັນ​ເຄື່ອນ​​ໃຫ້​ປະກົດ​ຜົນ​ເປັນ​ຈິງ”. ນີ້​ແມ່ນ​ຫ​ົວຂ້ໍ​ຕົ້ນ​ຕໍ​ໃຫ້ອາ​ຊຽນ 2016.

ຂ່າວ/ບົດ​ອື່ນ