ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ​ຈ​ະຈັດ​ແບ່ງຖືກ​ຕາມ​ແຜນ​ການ

(VOVWORLD) -ຕອນເຊົ້າວັນທີ 18 ມິຖຸນາ ໄດ້ດຳເນີນກອງປະຊຸມຄະນະປະຈຳ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໂດຍທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະ ເປັນປະທານ.
ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ​ຈ​ະຈັດ​ແບ່ງຖືກ​ຕາມ​ແຜນ​ການ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: chinhphu.vn)

ທີ່ກອງປະຊຸມ, ຄະນະປະຈຳ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຮັບຟັງບົດລາຍງານຂອງກະຊວງສາທາລະນະສຸກ ກ່ຽວກັບການສຳຫຼວດກວດກາຄືນບັ້ນສັກວັກຊິນກັນພະຍາດໂຄວິດ - 19 ທີ່ມີຂອບຂະໜາດໃຫຍ່ທີ່ສຸດໃນທົ່ວໂລກ. ພ້ອມກັບການເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການຂອງບັນດາກະຊວງ, ຂະແໜງການ, ພິເສດແມ່ນກະຊວງປ້ອງກັນປະເທດ, ທ້ອງຖິ່ນຕ່າງໆ ມີຄວາມຮັບຜິດຊອບໃນການຈັດຕັ້ງການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ຖືກຕາມແຜນການ, ບໍ່ປະໃຫ້ເກີດສະພາບສັກວັກຊິນຢ່າງຊັກຊ້າ. ໄປຄຽງຄູ່ກັນນັ້ນ, ສ້າງເງື່ອນໄຂຢ່າງສຸດຂີດໃຫ້ແກ່ອຳນາດການປົກຄອງທ້ອງຖິ່ນ, ວິສາຫະກິດ ໄດ້ສຳຜັດ ແລະ ຊື້ວັກຊິນກັນພະຍາດໂຄວິດ - 19 ແລະ ສົ່ງເຂົ້າມາ ຫວຽດນາມ ໂດຍດ່ວນ.

ກະຊວງສາທາລະນະສຸກ ກຳລັງຊຸກຍູ້ກ ບໍລິສັດ ວັກຊິນ ແລະ ຜະລິດຕະພັນການຢາ ເລກ 1 ຈຳກັດຜູ້ດຽວ (VABIOTECH) ຮັບການຖ່າຍທອດເຕັກໂນໂລຢີຜະລິດວັກຊິນ Sputnik V ຂອງ ລັດເຊຍ, ຄາດວ່າໃນເດືອນ ກໍລະກົດ ຈະໄດ້ນຳເຂົ້າຜະລິດ.


ຕອບກັບ

ຂ່າວ/ບົດ​ອື່ນ