ວົງ​ການ​ນັກ​ຊ່ຽວ​ຊານ​ກ່າວ​ເຕືອນ​ວ່າ ເສດ​ຖະ​ກິດ Eurozone ຢືນ​​ຢູ່ຕໍ່​ໜ້າ​ໄພ​ອັ ຢຸດຈຶ້ງໄວ້

(VOVWORLD) - ຂໍ້ມູນສະຖິຕິຂອງ IHS Markit ໄດ້ປະກາດໃນວັນທີ 23 ກັນຍາ ໃຫ້ຮູ້ວ່າ Eurozone ພວມປະສົບກັບບັນຫາຮ້າຍແຮງເຮັດໃຫ້ການເຕີບໂຕໃນຂະແໜງການຜະລິດຫຼຸດລົງດ້ວຍປະລິມານການຜະລິດ ຢູ່ໃນລະດັບຕ່ຳສຸດນັບແຕ່ປີ 2012 ມາຮອດປັດຈຸບັນ.
ວົງ​ການ​ນັກ​ຊ່ຽວ​ຊານ​ກ່າວ​ເຕືອນ​ວ່າ ເສດ​ຖະ​ກິດ Eurozone ຢືນ​​ຢູ່ຕໍ່​ໜ້າ​ໄພ​ອັ ຢຸດຈຶ້ງໄວ້ - ảnh 1ເງິນເອີໂຣ (ພາບ: AFP/TTXVN) 

ບັນຫາອັງກິດຖອນຕົວອອກຈາກ ສະຫະພາບ ເອີລົບ (EU), ຫຼືຍັງໄດ້ເອີ້ນວ່າ Brexit, ແລະ ບັນດາຄວາມວິຕົກກັງວົນກ່ຽວກັບການປະທະກັນດ້ານການຄ້າໄດ້ເຮັດໃຫ້ການເຕີບໂຕໃນການດຳເນີນທຸລະກິດຂອງພາກພື້ນໃຊ້ສະກຸນເງິນເອີໂຣລວມ (Eurozone) ໃນເດືອນ ກັນຍາ 2019 ອ່ອນຕົວລົງລະດັບຕ່ຳສຸດພາຍໃນ 6 ປີທີ່ຜ່ານມາ. ບໍລິສັດຄົ້ນຄ້ວາການຕະຫຼາດ IHS Markit ກ່າວເຕືອນວ່າພື້ນຖານເສດຖະກິດ Eurozone ພວມຢືນຢູ່ຕໍ່ໜ້າໄພຢຸດຈຶ້ງໄວ້

        ລາຍລະອຽດ, ຂໍ້ມູນສະຖິຕິຂອງ IHS Markit ໄດ້ປະກາດໃນວັນທີ 23 ກັນຍາ ໃຫ້ຮູ້ວ່າ Eurozone ພວມປະສົບກັບບັນຫາຮ້າຍແຮງເຮັດໃຫ້ການເຕີບໂຕໃນຂະແໜງການຜະລິດຫຼຸດລົງດ້ວຍປະລິມານການຜະລິດ ຢູ່ໃນລະດັບຕ່ຳສຸດນັບແຕ່ປີ 2012 ມາຮອດປັດຈຸບັນ. IHS Markit ໃຫ້ຮູ້ວ່າ ບັນຫາ Brexit, ບັນດາຄວາມວິຕົກກັງວົນກ່ຽວກັບບັນດາບັ້ນສົງຄາມການຄ້າ ແລະ ຄວາມວິຕົກກັງວົນກ່ຽວກັບສະພາບພູມີສາດການເມືອງໃນໂລກໄດ້ສ້າງຄວາມບໍ່ໝັ້ນໃຈໃຫ້ແກ່ວິສາຫະກິດ, ພ້ອມກັນນັ້ນ ຄວາມວິຕົກກັງວົນກ່ຽວກັບການເຕີບໂຕເສດຖະກິດທົ່ວໂລກກໍ່ເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ