ວົງ​ຄະນະ​ຍາດ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ສະກັດ​ກັ້ນ​ໂລກລະບາດ

(VOVWORLD) -  ປັດຈຸບັນ, ຊາວຫວຽດນາມພວມດໍາລົງຊີວິດທໍາມາຄ້າຂາຍຢູ່ທຸກໆແຂວງ, ນະຄອນໃນທົ່ວປະເທດລາວ ພວມມີບັນດາການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາປະເທດລາວ, ກໍຄືໃນວຽກງານສະກັດກັ້ນໂລກລະບາດໂຄວິດ - 19.
ວົງ​ຄະນະ​ຍາດ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ສະກັດ​ກັ້ນ​ໂລກລະບາດ - ảnh 1 ຈຸດແຈກຢາຍຜ້່າອັດປາກຢູ່ວັດ ບາງລອງ ຢູ່ນະຄອນຫຼວງວຽງຈັນ

        ທ້າວເລວັນມິງເຈົາ ເວົ້າວ່າ:

        “ເຮົາໄດ້ກໍານົດເຖິງພາລະບົດບາດຂອງຕົນໃນການຮັກສາສຸຂະພາບ, ດັ່ງນັ້ນ ກໍບໍ່ມີຄວາມເປັນຫ່ວງຫຍັງເລີຍ. ຢູ່ບ່ອນໃດກໍຄວນຢູ່ບ່ອນນັ້ນເລີຍ, ບໍ່ເຄື່ອນຍ້າຍ, ບໍ່ເຕົ້າໂຮມຫຼາຍຄົນ, ບໍ່ໄປຮ້ານດື່ມກາເຟ”.

        ສ່ວນທ້າວ ຫວູດຶກຕ໊ວນ ເຈົ້າຂອງຮ້ານປິ້ງໄກ ຢູ່ນະຄອນຫຼວງວຽງຈັນ ກໍໄດ້ຕິດຕາມຂ່າວ ກ່ຽວກັບວຽກງານສະກັດກັ້ນ ໂລກລະບາດໂຄວິດ - 19 ຂອງລັດຖະບານລາວ ແລະ ສະຖານທູດຫວຽດນາມ ຢ່າງເປັນປະຈໍາ. ທ້າວຕ໊ວນເວົ້າວ່າ:

        “ຜ່ານການລາຍງານຂອງກະຊວງສາທາລະນະສຸກລາວ ແລະສະຖານກົງສູນກ່ຽວກັບວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ, ພວກຂ້າພະເຈົ້າກໍໄດ້ປິດປະຕູຮ້ານຕາມການກໍານົດ, ຊື້ນໍ້າຢາລ້າງມື, ຜ້າອັດປາກ ໃຫ້ແກ່ພາລະກອນ ເພື່ອຮັບປະກັນການຕິດເຊື້ອໄວຣັດ”. 

ຕອບກັບ

ຂ່າວ/ບົດ​ອື່ນ