ວົງເງິນສິນຄ້າສົ່ງອອກໃນ 6 ເດືອນຕົ້ນປີຄາດວ່າບັນລຸເກືອບ 114 ຕື້ USD

(VOVWORLD) - ເລື່ອງຂອງວິສາຫະກິດພາຍໃນປະເທດເຂົ້າຮ່ວມລະບົບສະໜອງຂອງບັນດານັກລົງທຶນຕ່າງປະເທດຢູ່ຫວຽດນາມ ຍັງບໍ່ທັນດີເທົ່າທີ່ຄວນ
ວົງເງິນສິນຄ້າສົ່ງອອກໃນ 6 ເດືອນຕົ້ນປີຄາດວ່າບັນລຸເກືອບ 114 ຕື້ USD - ảnh 1ພາບປະກອບ

ວົງເງິນສິນຄ້າສົ່ງອອກ 6 ເດືອນຕົ້ນປີຂອງ ຫວຽດນາມ ຄາດວ່າບັນລຸເກືອບ 114 ຕື້ USD, ເພີ່ມຂຶ້ນ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນຂົງເຂດມີເງິນລົງທຶນຈາກຕ່າງປະເທດນັບທັງນ້ຳມັນດິບບັນລຸກ່ວາ 80 ຕື້ USD ກວມເອົາ 71% ຍອດວົງເງິນການສົ່ງອອກ, ເພີ່ມຂຶ້ນ 14,5%. ຕາມທ່ານຮອງສາດສະດາຈານ, ປອ ຟ້າມເຕີດຖັ໋ງ, ນັກຊ່ຽວຊານດ້ານການຄ້າແລ້ວ, ຜ່ານບັນດາຕົວເລກນີ້ສະແດງໃຫ້ເຫັນວ່າ: ເລື່ອງຂອງວິສາຫະກິດພາຍໃນປະເທດເຂົ້າຮ່ວມລະບົບສະໜອງຂອງບັນດານັກລົງທຶນຕ່າງປະເທດຢູ່ຫວຽດນາມ ຍັງບໍ່ທັນດີເທົ່າທີ່ຄວນ. ຫວຽດນາມ ຄວນມີການປ່ຽນແປງໃນຍຸດທະສາດການພັດທະນາເພື່ອເພີ່ມທະວີຄຸນຄ່າດ້ານອຸດສາຫະກຳ ແລະ ການສົ່ງອອກໃນໄລຍະຈະມາເຖິງ:

        “ພວກເຮົາຄວນເອົາໃຈໃສ່ເຖິງບັນດາໂຄງການ FDI ຂອງບັນດາປະເທດມີພື້ນຖານອຸດສາຫະກຳທັນສະໄໝກ່ວາອີກ. ພິເສດ, ພວກເຮົາຄວນບຸລິມະສິດໃຫ້ບັນດາໂຄງການມີລະດັບເຕັກໂນໂລຊີຂອງອຸດສາຫະກຳ 4.0. ແລະ ນີ້ແມ່ນບັນດາກາລະໂອກາດເພື່ອໃຫ້ພວກເຮົາຍົກສູງກຳລັງຄວາມສາມາດ ແລະ ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ.”

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ