ວິ​ທີ​ການ​ສຳ​ຜັດ ສະ​ໜິດ​ຕິດ​ພັນ ແລະ ຮັບ​ມື​ຂອງ​ອາ​ຊຽນ ກ່ຽວ​ກັບ​ການ​ຮ່ວມ​ມື​ທາງທະ​ເລ

(VOVWORLD) -ວັນທີ 14 ທັນວາ, ກອງປະຊຸມສຳມະນາ ສະເຫຼີມສະຫຼອງ ການສ້າງຕັ້ງເວທີປາໄສ ທະເລອາຊຽນ (AMF) ຄົບຮອບ 10 ປີ ໄດ້ດຳເນີນດ້ວຍຫົວຂໍ້ວ່າ “ວິທີການສຳຜັດ ສະໜິດຕິດພັນ ແລະ ຮັບມືຂອງອາຊຽນກ່ຽວກັບການຮ່ວມມືທາງທະເລ”. 

ວິ​ທີ​ການ​ສຳ​ຜັດ ສະ​ໜິດ​ຕິດ​ພັນ ແລະ ຮັບ​ມື​ຂອງ​ອາ​ຊຽນ ກ່ຽວ​ກັບ​ການ​ຮ່ວມ​ມື​ທາງທະ​ເລ - ảnh 1ກອງປະຊຸມສຳມະນາ ສະເຫຼີມສະຫຼອງ ການສ້າງຕັ້ງເວທີປາໄສ ທະເລອາຊຽນ (AMF) ຄົບຮອບ 10 ປີ 

(ພາບ: ກະຊວງການຕ່າງປະເທດ)

ກອງປະຊຸມສຳມະນາທາງອອນລາຍ ໄດ້ມີການເຂົ້າຮ່ວມຂອງ ຜູ້ຕາງໜ້າ ບັນດາປະເທດອາຊຽນ, ບັນດານັກຮຽນຮູ້ທີ່ມີອິດທິພົນຊື່ສຽງ ທັງຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງຫວຽດນາມ. ນະທີ່ນີ້, ບັນດາຜູ້ແທນໄດ້ສະແດງຄວາມວິຕົກກັງວົນຕໍ່ບັນດາການຜັນແປຢ່າງສັບສົນທີ່ຂົງເຂດຕົວຈິງ, ລວມມີບັນດາການກະທຳທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ເພີ່ມຄວາມເຄັ່ງຕຶງ, ຝຶນກັບກົດໝາຍສາກົນ ແລະ ສົນທິສັນຍາສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ, ກໍ່ຄືໃນສະພາບການແກ້ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ພວມເພີ່ມຂຶ້ນ. ບັນດາຜູ້ແທນໄດ້ເຫັນດີນຳກັນວ່າ ອາຊຽນ ຕ້ອງພິຈາລະນາ ສ້າງວິທີການສຳຜັດໂດຍໄວ ບົນພື້ນຖານກົມກຽວກັນ ລະຫວ່າງບຸລິມະສິດ, ຜົນປະໂຫຍດແຫ່ງຊາດ ແລະ ພາກພື້ນ, ລະຫວ່າງໂຄງການ, ແຜນການພັດທະນາແຫ່ງຊາດກັບພາກພື້ນ ແລະ ສາກົນ, ສະໜິດຕິດພັນ ແລະ ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມສ້າງປະຊາຄົມ ແລະ ຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ.

ພິເສດ, ບັນດາຜູ້ແທນ ລ້ວນແຕ່ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຕາມກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລໃນການດຳເນີນທຸກການເຄື່ອນໄຫວໃນທະເລ, ບັນດາຜູ້ແທນກໍ່ສະແດງຄວາມຊົມເຊີຍຕໍ່ຂໍ້ສະເໜີຂອງ ຫວຽດນາມ ກ່ຽວກັບຂໍ້ລິເລີ່ມສ້າງວິທີການສຳຜັດສັງລວມ, ສະໜິດຕິດພັນ ແລະ ເປັນເຈົ້າການຮັບມືຂອງ ອາຊຽນ ກ່ຽວກັບການຮ່ວມມືທາງທະເລ, ຜ່ານນັ້ນຢັ້ງຢືນຄວາມສາມັກຄີ, ບົດບາດຂອງ ອາຊຽນຕໍ່ບັນດາສິ່ງທ້າທາຍສັບສົນທີ່ພວມເກີດຂຶ້ນ, ທັງຊຸກຍູ້ການຮ່ວມມື ທັງຍົກສູງກຳລັງຄວາມສາມາດໃນການຮັບມືກັບບັນດາການຜັນແປ ແລະ ບັນຫາທີ່ພວມພົ້ນເດັ່ນຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ