ວິທະຍຸກະຈາຍສຽງຫວຽດນາມ ຮ່ວມກໍ່ສ້າງບັນດາກິດຈະກໍາ “ທະເລນໍ້າຈືດ ເຈື່ອງຊາ

(VOVWORLD) -ຕອນເຊົ້າວັນທີ 28 ຕຸລາ, ຢູ່ເດີນກອັບ ລອງແທັ່ງ, ແຂວງດົ່ງນາຍຂອງຫວຽດນາມ ໄດ້ດໍາເນີນພິທີລົງນາມໃນບົດບັນທຶກສົມທົບກັນຈັດຕັ້ງ ງານແຂ່ງຂັນ ຕີກອັບ Golf Swing for  ເຈື່ອງຊາ ລະຫວ່າງ ວິທະຍຸກະຈາຍສຽງຫວຽດນາມ, ກອງບັນຊາການ ທະຫານເຮືອ ເຂດ 4 ແລະ ບໍລິສັດ KN ກາມແຣັງ ຈໍາກັດ.

ວິທະຍຸກະຈາຍສຽງຫວຽດນາມ ຮ່ວມກໍ່ສ້າງບັນດາກິດຈະກໍາ “ທະເລນໍ້າຈືດ ເຈື່ອງຊາ - ảnh 1 ພິທີລົງນາມໃນບົດບັນທຶກສົມທົບກັນຈັດຕັ້ງ ງານແຂ່ງຂັນ ຕີກອັບ Golf Swing for  ເຈື່ອງຊາ 

ກ່າວຄໍາເຫັນທີພິທີລົງນາມ, ທ່ານເຈິ່ນມິງຮຸ່ງ, ຮອງຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ຢັ້ງຢືນວ່າ ເລື່ອງເຂົ້າຮ່ວມການໂຄສະນາ ແລະ ຮ່ວມເດີນທາງພ້ອມກັບງານແຂ່ງຂັນຕີກອັບ Golf Swing for  ເຈື່ອງຊາ ເພື່ອລະດົມງົບປະມານໜູນຊ່ວຍ ກອງທັບ ແລະ ປະຊາຊົນຢູ່ໝູ່ເກາະເຈື່ອງຊາ ກໍ່ສ້າງລະບົບເຄື່ອງຕອງນໍ້າຈືດ ແມ່ນການກະທໍາທີ່ມີຄວາມໝາຍທີ່ສຸດສໍາລັບປະຊາຊົນ ແລະ ທະຫານຢູ່ເຂດທະເລໝູ່ເກາະອັນສັກກະລະບູຊາຂອງປະເທດຊາດ.

ງານແຂ່ງຂັນຕີກອັບ Golf Swing for  ເຈື່ອງຊາ ຈະເຕົ້ມໂຮມນັກກິລາ 132 ຄົນ ເຂົ້າຮ່ວມ, ຈໍານວນເງິນທັງໝົດທີ່ເກັບມາໄດ້ຈາກລາຍການດັ່ງກ່າວ ຈະໄດ້ນໍາໃຊ້ເພື່ອກໍ່ສ້າງລະບົບເຄື່ອງຕ່ອງນໍ້າຈືດ ກໍຄື ຊ່ວຍໜູນບາງຄວາມຕ້ອງການທີ່ຈໍາເປັນອື່ນໆ ຢູ່ເຂດທະເລໝູ່ເກາະເຈື່ອງຊາ. ງານແຂ່ງຂັນດັ່ງກ່າວ ຈະຖືກຈັດຂຶ້ນ ຢູ່ແຂວງ ແຄ໊ງຮວ່າ ນັບແຕ່ວັນທີ 21 ທັນວາ 2019 ເປັນຕົ້ນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ