ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຮ່ວມ​ເດີນ​ທາງ​ກັບ​ໂຄງ​ການ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ຢູ່​ເຂດ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -“ຮັກແພງກັນໃນໄລຍະເກີດໂລກລະບາດ ”ແມ່ນໂຄງການເພື່ອແນໃສ່ແຜ່ຂະຫຍາຍບັນດາສານແຫ່ງຄວາມຮັກແພງ, ຕັ້ງໜ້າ ກ່ຽວກັບຊີວິດ ແລະ ນ້ຳໃຈຂອງມະນຸດ ໃນໄລຍະເກີດໂລກລະບາດ, ແບ່ງປັນການຊ່ວຍເຫຼືອບັນດາຜູ້ປະສົບກັບຄວາມຫຍຸ້ງຍາກທີ່ຖືກຜົນກະທົບໂດຍກົງ ແລະ ທາງອ້ອມ ຈາກໂລກລະບາດໂຄວິດ - 19. 
ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຮ່ວມ​ເດີນ​ທາງ​ກັບ​ໂຄງ​ການ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ຢູ່​ເຂດ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ຜູ້ຕາງໜ້າການນຳວິທະຍຸກະຈາຍສຽງຫວຽດນາມ ມອບຂອງຂວັນໜູນຊ່ວຍປະຊາຊົນປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ໃຫ້ແກ່ຜູ້ຕາງໜ້າແນວໂຮມປະເທດຊາດ ຫວຽດນາມ 

ຮ່ວມເດີນທາງກັບບັນດາການເຄື່ອນໄຫວທຳການກູ້ສົນ, ຮຽກຮ້ອງການສະໜັບສະໜູນ, ໜູນຊ່ວຍປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19, ຕອນບ່າຍວັນທີ 17 ກັນຍາ, ຢູ່ຮ່າໂນ້ຍ, ໂຄງການ “ຮັກແພງກັນໃນໄລຍະເກີດໂລກລະບາດ” ຂອງລະບົບເນື້ອໃນດີຈີຕອນ VOV Live ຂອງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ມອບຂອງຂັວນ ທີ່ມີມູນຄ່າ ກ່ວາ 8 ຕື້ດົ່ງ ປະກອບເຂົ້າໂຄງການຂົນຂວາຍ “ທົ່ວປວງຊົນສາມັກຄີ, ອອກເຫື່ອແຮງ ເພື່ອປ້ອງກັນ, ຕ້ານໂລກລະລາດໂຄວິດ - 19” ຂອງ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.

“ຮັກແພງກັນໃນໄລຍະເກີດໂລກລະບາດ ”ແມ່ນໂຄງການເພື່ອແນໃສ່ແຜ່ຂະຫຍາຍບັນດາສານແຫ່ງຄວາມຮັກແພງ, ຕັ້ງໜ້າ ກ່ຽວກັບຊີວິດ ແລະ ນ້ຳໃຈຂອງມະນຸດ ໃນໄລຍະເກີດໂລກລະບາດ, ແບ່ງປັນການຊ່ວຍເຫຼືອບັນດາຜູ້ປະສົບກັບຄວາມຫຍຸ້ງຍາກທີ່ຖືກຜົນກະທົບໂດຍກົງ ແລະ ທາງອ້ອມ ຈາກໂລກລະບາດໂຄວິດ - 19. ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ເຈິ່ນມິງຮຸ່ງໃຫ້ຮູ້ວ່າ:

“ນີ້ບໍ່ແມ່ນຄັ້ງທຳອິດ, ວິທະຍຸກະຈາຍສຽງຫວຽດນາມ ສົມທົບກັບບັນດາວິສາຫະກິດໜູນຊ່ວຍ ບັນດາພໍ່ແມ່ປະຊາຊົນຢູ່ເຂດທີ່ຍັງປະສົບກັບຄວາມຫຍຸ້ງຍາກ, ນັບທັງໃນໄລຍະເກີດໂລກລະບາດໂຄວິດ - 19, ກໍ່ຄືເກີດໄພທຳມະຊາດ, ພາຍຸນ້ຳຖ້ວມ. ພວກຂ້າພະເຈົ້າມີຄວາມປາດຖະໜາ ຈະມີວິສາຫະກິດຫຼາຍແຫ່ງຕື່ມອີກ ຮ່ວມເດີນທາງກັບວິທະຍຸກະຈາຍສຽງ ຫວຽດນາມ  ເພື່ອໃຫ້ພວກເຮົາພ້ອມກັນແບ່ງປັນບັນດາຄວາມຫຍຸ້ງຍາກໃຫ້ແກ່ພໍ່ແມ່ປະຊາຊົນຢູ່ ເຂດເກີດໂລກລະບາດໂຄວິດ - 19 ທີ່ຍັງປະສົບກັບຄວາມຫຍຸ້ງຍາກ, ເພື່ອປະຊາຄົມສັງຄົມຂອງພວກເຮົານັບມື້ນັບດີງາມກ່ວາອີກ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນອາດຈະດີກວ່າເກົ່າ”.


ຕອບກັບ

ຂ່າວ/ບົດ​ອື່ນ