ວິທະຍຸກະຈາຍສຽງຫວຽດນາມກຽມພ້ອມໃຫ້ສັບປະດາຂັ້ນສູງ APEC 2017

(VOVWORLD) -ຍັງອີກພຽງ 5 ວັນເທົ່ານັ້ນ, ເຫດການສັບປະດາຂັ້ນສູງ APEC 2017 ຈະຖືກໄຂຂຶ້ນຢ່າງເປັນທາງການຢູ່ນະຄອນດານັ້ງ
ວິທະຍຸກະຈາຍສຽງຫວຽດນາມກຽມພ້ອມໃຫ້ສັບປະດາຂັ້ນສູງ APEC 2017 - ảnh 1 ທ່ານຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມວູ້ຫາຍ 

ດ້ວຍບົດບາດເປັນຫົວໜ່ວຍກະຈາຍສຽງຂອງປະເທດເຈົ້າພາບ, ນອກຈາກການໃຫ້ຂ່າວຫຼ້າສຸດກ່ຽວກັບ APEC 2017 ແລ້ວ, ວິທະຍຸກະຈາຍສຽງຫວຽດນາມ ຍັງມານະພະຍາຍາມສ້າງເງື່ອນໄຂທີ່ດີທີ່ສຸດໃຫ້ບັນດານັກຂ່າວທັງຢູ່ພາຍໃນ ແລະ ສາກົນມາເອົາຂ່າວເນື່ອງໃນໂອກາດນີ້. ທ່ານຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມວູ້ຫາຍ ໃຫ້ຮູ້ວ່າ :

    “ ບັນດາຫົວໜ່ວຍກະຈາຍສຽງຂອງ ວິທະຍຸກະຈາຍສຽງຫວຽດນາມ ກໍລ້ວນແຕ່ສ້າງຄໍລຳ, ລາຍການກ່ຽວກັບປີ APEC 2017 ແລະ ທຸກໆກອງປະຊຸມຂອງ APEC ຈະຖືກ ວິທະຍຸກະຈາຍສຽງຫວຽດນາມສ່ອງແສງຢ່າງຄົບຖ້ວນຜ່ານບັນດາລາຍການ,  ພາຫະນະຕ່າງໆຂອງ ວິທະຍຸກະຈາຍສຽງຫວຽດນາມ. ເພື່ອກະກຽມໃຫ້ແກ່ ສັບປະດາຂັ້ນສູງ APEC 2017, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດສົ່ງ ນັກຂ່າວ, ນັກເຕັກນິກ 73 ຄົນໄປດານັ້ງເພື່ອໃຫ້ຂ່າວກ່ຽວກັບເຫດການນີ້ຢ່າງທັນການ  ”

     ໂດຍແມ່ນສະມາຊິກຂອງອະນຸກຳມະການໂຄສະນາວັດທະນະທຳ APEC 2017, ພ້ອມທັງເປັນຫົວໜ່ວຍກະຈາຍສຽງຂອງປະເທດເຈົ້າພາບ, ວິທະຍຸກະຈາຍສຽງຫວຽດນາມຈະມີການປະກອບສ່ວນເຂົ້າໃນການຮັບປະກັນຜົນສຳເລັດຂອງ APEC.

ຕອບກັບ

ຂ່າວ/ບົດ​ອື່ນ