ວັນທີ 12 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 2.013 ຄົນ, ມີຜູ້ເສຍຊີວິດ 1 ຄົນ

(VOVWORLD) -ຈຳນວນວັກຊິນທີ່ໄດ້ສັກແລ້ວແມ່ນ 258.694.921 ໂດສ.

        ວັນທີ 12, ກັນຍາ, ຕາມແຫຼ່ງຂ່າວປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ແມ່ນ 2.013 ຄົນ ເພີ່ມຂຶ້ນເກືອບ 600 ຄົນເມື່ອທຽບໃສ່ວັນທີ 11 ກັນຍາ; ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 15.134 ຄົນ, ມີຜູ້ເສຍຊີວິດ 1 ຄົນ.

        ນັບແຕ່ເມື່ອເກີດໂລກລະບາດໂຄວິດ-19 ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດທັງໝົດແມ່ນ 11.441.626 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິທັງໝົດແມ່ນ 10.337.137 ຄົນ, ຈຳນວນຜູ້ເສຍຊີວິດທັງໝົດແມ່ນ 43.130 ຄົນ. ຈຳນວນວັກຊິນທີ່ໄດ້ສັກແລ້ວແມ່ນ 258.694.921 ໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ