ວັນ​ທີ 15 ສິງ​ຫາ, ຫວຽດ​ນາມ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ລາຍ​ໃໝ່ກວ່າ 1.600 ຄົນ

(VOVWORLD) - ໃນວັນທີ 15 ສິງຫາ, ມີຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີຕື່ມອີກ 9.257 ຄົນ ແລະ ບໍ່ມີຄົນເສຍຊີວິດ.
ວັນ​ທີ 15 ສິງ​ຫາ, ຫວຽດ​ນາມ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ລາຍ​ໃໝ່ກວ່າ 1.600 ຄົນ   - ảnh 1(ພາບປະກອບ: TTXVN)

ຕາມຂ່າວກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເມື່ອວັນທີ 15 ສິງຫາ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ 1.695 ຄົນ, ເຊິ່ງຫຼາຍກວ່າວັນທີ 14 ສິງຫາ ກວ່າ 200 ຄົນ. ໃນວັນທີ 15 ສິງຫາ, ມີຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີຕື່ມອີກ 9.257 ຄົນ ແລະ ບໍ່ມີຄົນເສຍຊີວິດ.

        ໄລ່ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 11.367.479 ຄົນ, ຢືນອັນດັບທີ 12/227 ປະເທດ ແລະ ເຂດແຄວ້ນ.

        ຈຳນວນຜູ້ຕິດເຊື້ອທີ່ປິ່ນປົວຫາຍດີແລ້ວຢູ່ ຫວຽດນາມ ແມ່ນ 10.029.826 ຄົນ. ຍອດຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວແມ່ນ 43.098 ຄົນ, ກວມເອົາ 0,4% ຈຳນວນຜູ້ຕິດເຊື້ອ. ໄລ່ມາຮອດປັດຈຸບັນ, ຫວຽດນາມ ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ໄດ້ 251.456.299 ໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ