ວັນທີ 19 ມີນາ: ກອງປະຊຸມສຳມະນາວິທະຍາສາດສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະທາງເລກ 9 - ພາກໃຕ້ຂອງລາວ

(VOVWORLD) - ກອງປະຊຸມສຳມະນາວິທະຍາສາດຂັ້ນກະຊວງປ້ອງກັນປະເທດ “ໄຊຊະນະທາງເລກ 9 - ພາກໃຕ້ຂອງລາວ 1971 ຄຸນຄ່າປະຫວັດສາດ ແລະ ຄວາມເປັນຈິງ”, ຄາດວ່າ ຈະດຳເນີນໃນວັນທີ 19 ມີນາ ຈະມາເຖິງ ຢູ່ແຂວງ ກ໋ວາງຈີ້ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະທາງເລກ 9 - ພາກໃຕ້ຂອງລາວ (1971 - 2021).
ວັນທີ 19 ມີນາ: ກອງປະຊຸມສຳມະນາວິທະຍາສາດສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະທາງເລກ 9 - ພາກໃຕ້ຂອງລາວ - ảnh 1ການຖະແຫລງຂ່າວແນະນຳກອງປະຊຸມສຳມະນາ

ກອງປະຊຸມສຳມະນາມີການເຂົ້າຮ່ວມຂອງບັນດານາຍທະຫານເປັນຜູ້ພະຍານປະຫວັດສາດ, ບັນດານັກວິທະຍາສາດ, ແນໃສ່ຢັ້ງຢືນວິໄສທັດຍຸດທະສາດ, ແຜນນະໂຍບາຍຖືກຕ້ອງຂອງຄະນະບໍລິຫານງານສູນກາງພັກແຮງງານ ຫວຽດນາມ (ປະຈຸບັນແມ່ນພັກກອມມູນິດ ຫວຽດນາມ). ບັນດາບົດຮຽນຈາກໄຊຊະນະທາງເລກ 9 - ພາກໃຕ້ຂອງລາວ ປີ 1971 ມີຄຸນຄ່າພຶດຕິກຳຕົວຈິງຢ່າງເລິກເຊິ່ງ, ປະກອບສ່ວນ, ໝູນໃຊ້ເຂົ້າໃນການເຄື່ອນໄຫວກໍ່ສ້າງກອງທັບ, ປັບປຸງພື້ນຖານການປ້ອງກັນຊາດໃນທົ່ວປວງຊົນ, ທ່າຮົບການປ້ອງກັນຊາດທົ່ວປວງຊົນຕິດພັນກັບທ່າຮົບຄວາມໝັ້ນຄົງປະຊາຊົນ. ພັນເອກ ຫງວຽນວັນເຊົ໊າ, ຮອງຫົວໜ້າສະຖາບັນປະຫວັດສາດການທະຫານ ຫວຽດນາມ ໃຫ້ຮູ້ວ່າ:

        “ເນື້ອໃນຂອງກອງປະຊຸມສຳມະນາແມ່ນໄຈ້ແຍກ, ເຮັດແຈ້ງສະພາບການປະຫວັດສາດ, ກົນອຸບາຍ, ເລ່ລ່ຽມ, ແຜນການເຄື່ອນທັບບຸກຕີຢູ່ທາງເລກ 9 ພາກໃຕ້ຂອງລາວ ຂອງຈັກກະພັດ ອາເມລິກາ ແລະ ກອງທັບໄຊງ່ອນ, ທັດສະນະແຜນນະໂຍບາຍຂອງກົມການເມືອງ, ຄະນະພັກການທະຫານສູນກາງ ໃນການຍູ້ແຮງການຕໍ່ສູ້ມ້າງທຳລາຍການເຄື່ອນທັບ ລາມເຊີນ 719 ຕີເຂົ້າທາງເລກ 9 ພາກໃຕ້ຂອງລາວຂອງສັດຕູ, ຮັກສາເສັ້ນທາງຊ່ວຍໜູນຍຸດທະສາດຂອງພວກເຮົາ ນັ້ນແມ່ນເສັ້ນທາງ ເຈື່ອງເຊີນ (ສາຍພູຫລວງ) - ເສັ້ນທາງໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ