ວັນທີ 27 ພະຈິກ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຫຼາຍ​ກ່​ວາ 13.000 ຄົນ

(VOVWORLD) -ນັບແຕ່ເວລາ 16 ໂມງ ຂອງວັນທີ 26 ພະຈິກ ຫາ ເວລາ 16 ໂມງຂອງວັນທີ 27 ພະຈິກ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ໃໝ່ 13.063 ຄົນ, ໃນນັ້ນມີ 15 ກໍລະນີມາຈາກຕ່າງປະເທດ
ວັນທີ 27 ພະຈິກ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຫຼາຍ​ກ່​ວາ 13.000  ຄົນ  - ảnh 1ພາບປະກອບ

   ເປັນອັນວ່າ ໄລຮອດວັນທີ 27 ພະຈິກ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 1.197.404 ຄົນ

   ໃນວັນທີ 27 ພະຈິກ, ຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດ ແມ່ນ 1.668  ຄົນ ອັນໄດ້ຍົກຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີແມ່ນເກືອບ 957.000 ຄົນ ແລະ ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຄົນເຈັບຕິດເຊື້ອໂຄວິດ -19 ຖືກເສຍຊີວິດ ແມ່ນ 148  ຄົນ

ຕອບກັບ

ຂ່າວ/ບົດ​ອື່ນ