ວັນ​ທີ 29 ເມ​ສາ: ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ​ຢູ່ ຫວຽດ​ນາມ ຫຼຸດ​ລົງ​ຢ່າງ​ແຮງ

(VOVWORLD) - ໃນວັນທີ 29 ເມສາ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 6.068 ຄົນ, ຫຼຸດລົງກວ່າ 1.000 ຄົນ ໃນເວລາ 24 ຊົ່ວໂມງຜ່ານມາ. 
ວັນ​ທີ 29 ເມ​ສາ: ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ​ຢູ່ ຫວຽດ​ນາມ ຫຼຸດ​ລົງ​ຢ່າງ​ແຮງ - ảnh 1(ພາບ: TTXVN)
 ຕາມລາຍການຂ່າວກ່ຽວກັບພະຍາດໂຄວິດ - 19 ໃນວັນທີ 29 ເມສາ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 6.068 ຄົນ, ຫຼຸດລົງກວ່າ 1.000 ຄົນ ໃນຮອບເວລາ 24 ຊົ່ວໂມງຜ່ານມາ. ໃນວັນດຽວກັນມີຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີ 3.225 ຄົນ.

        ໄລ່ມາຮອດປັດຈຸບັນ, ອັດຕາຜູ້ສັກວັກຊິນກັນພະຍາດໂຄວິດ - 19 ຄົບ 2 ເຂັມສຳລັບຜູ້ມີອາຍຸແຕ່ 18 ປີຂຶ້ນໄປແມ່ນ 100%; ເຂັມທີ 3 ແມ່ນ 56,2%; ສ່ວນສຳເລັດຢູ່ໃນເກນອາຍຸແຕ່ 12 – 17, ເຂັມທີໜຶ່ງແມ່ນ 100% ແລະ ເຂັມທີ 2 ແມ່ນ 96,4%.

ຕອບກັບ

ຂ່າວ/ບົດ​ອື່ນ