“ວັນ​ບຸນ​ ​ທ່ອງ​ທ່ຽວ - ຄ່ຳ​ຄືນລອຍ​ກະ​ທົງ​ ນິງ​ກ່ຽວ - ເກິ່ນ​ເທີ” ປີ 2020

(VOVWORLD) -“ວັນບຸນ ທ່ອງທ່ຽວ - ຄ່ຳຄືນລອຍກະທົງ ນິງກ່ຽວ - ເກິ່ນເທີ” ປີ 2020 ໄດ້ດຳເນີນໃນລະຫວ່າງວັນທີ 27 – 29 ພະຈິກ, ຢູ່ ແຣກຄາຍລວງ (ທ່າເຮືອນິງກ່ຽວ), ດ້ວຍການເຄື່ອນໄຫວຫຼາຍຢ່າງທີ່ ເຊີດຊູວັດທະນະທຳເຂດດິນແດນເມືອງເອກທາງທິດຕາເວັນຕົກ ເວົ້າສະເພາະ, ເຂດທາງທິດຕາເວັນຕົກສ່ຽງໃຕ້ ເວົ້າສະລວມ. 
“ວັນ​ບຸນ​ ​ທ່ອງ​ທ່ຽວ - ຄ່ຳ​ຄືນລອຍ​ກະ​ທົງ​ ນິງ​ກ່ຽວ - ເກິ່ນ​ເທີ” ປີ 2020 - ảnh 1“ວັນບຸນ ທ່ອງທ່ຽວ - ຄ່ຳຄືນລອຍກະທົງ ນິງກ່ຽວ - ເກິ່ນເທີ” ປີ 2019 (ພາບ: tourismcantho.vn

ທີ່ກອງປະຊຸມຖະແຫຼງຂ່າວໃນຕອນບ່າຍວັນທີ 16 ພະຈິກ, ຢູ່ເກິ່ນເທີ, ຄະນະຈັດຕັ້ງໃຫ້ຮູ້ວ່າ ວັນບຸນທ່ອງທ່ຽວ - ຄ່ຳຄືນລອຍກະທົງ ນິງກ່ຽວ - ເກິ່ນເທີ” ຄັ້ງທີ IV ປີ 2020 ແມ່ນການເຄື່ອນໄຫວດ້ານວັດທະນະທຳທີ່ພົ້ນເດັ່ນໃນປີ 2020 ຂອງນະຄອນເກິ່ນເທີ. ຜ່ານນັ້ນ, ຫວັງວ່າການທ່ອງທ່ຽວແຂວງເກິ່ນເທີຈະບັນລຸໄດ້ບາດກ້າວກະຕຸກຊຸກຍູ້ຢ່າງມີປະສິດທິຜົນພາຍຫຼັງ ໂລກລະບາດໂຄວິດ - 19.

        ບັນດາການເຄື່ອນຕົ້ນຕໍໃນວັນບຸນແມ່ນ ງານບຸນແຫ່ງແສງສະຫວ່າງ ດ້ວຍຫົວຂໍ້ວ່າ “ຄ່ຳຄືນ ເມືອງເອກທາງທິດຕາເວັນຕົກທີ່ ມະຫັດສະຈັນ” ເຊິ່ງໄດ້ປະດັບປະດາດ້ວຍ ດອກບົວຈຳລອງ 72 ດອກ, ສວນດອກບົວປະດັບດ້ວຍດອກໄຟນາໆສີ, ບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສະແດງສິລະປະ, ງານບຸນແຂ່ງຂັນເຮັດກະທົງ, ການຫຼະລິ້ນພື້ນເມືອງ…  

ຕອບກັບ

ຂ່າວ/ບົດ​ອື່ນ