(ພາບ:hoatuoidep.com)
( vovworld ) – ເພື່ອມຸ່ງໄປເຖິງວັນຄອບຄົວຫວຽດນາມ (28/6), ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ, ຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍ ຈະສົມທົບກັນຈັດວັນບຸນຄອບຄົວຫວຽດນາມ ແຕ່ວັນທີ 26-28/6/2012 ເພື່ອແນໃສ່ເຊີດຊູບັນດາຄຸນຄ່າດ້ານວັດທະນະທຳມະນຸດອັນເລິກເຊິ່ງຂອງຄອບຄົວຫວຽດນາມ. ທີ່ການປະຊຸມຂ່າວຈັດຂຶ້ນໃນຕອນເຊົ້າວັນທີ 22/6 ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງໃຫ້ຮູ້ວ່າ: ດ້ວຍສານທີ່ວ່າ “ຄອບຄົວແມ່ນບ່ອນອະນຸລັກຮັກສາຄຸນຄ່າດ້ານວັດທະນະທຳ“ ນັ້ນ, ວັນບຸນຄອບຄົວຫວຽດນາມ ປີ 2012 ຈະມີບັນດາການເຄື່ອນໄຫວທີ່ອຸດົມສົມບູນ, ແທດຈິງຄື: ງານຊຸມນຸມມິດຕິງລະນຶກວັນຄອບຄົວຫວຽດນາມ; ງານວາງສະແດງ “ຄອບຄົວອົບອຸ່ນ“….. ທ່ານນາງ Tran Tuyet Anh, ຫົວໜ້າກົມຄອບຄົວ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ:
“ທາງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຈະເຊັນກັບສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ເພື່ອຍູ້ແຮງການໂຄສະນາ ສຶກສາອົບຮົມແບບແຜນການດຳລົງຊີວິດໃນຄອບຄົວ ແລະ ການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວໜຸ່ມ ໄລຍະ 2012-2015. ພວກຂ້າພະເຈົ້າພວມສ້າງການສຳຫຼວດກ່ຽວກັບຄອບຄົວ ແລະ ການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວຢູ່ 63 ແຂວງ ນະຄອນໃນທົ່ວປະເທດ. ນີ້ແມ່ນ 1 ໃນບັນດາໜ້າທີ່ບຸກທະລຸຂອງການຄຸ້ມຄອງແຫ່ງລັດກ່ຽວກັບຄອບຄົວໃນປີ 2012“