ວັນບຸນທົ່ວປວງຊົນທັງຊາດບໍລິຈາກເລືອດ 07/04

(VOVWORLD) - ວັນທີ 07 ເມສາແມ່ນວັນສະເຫຼີມສະຫຼອງ 20 ປີແຫ່ງວັນທົ່ວປວງຊົນທັງຊາດບໍລິຈາກເລືອດ (07/04/2000 – 07/04/2020). 
ວັນບຸນທົ່ວປວງຊົນທັງຊາດບໍລິຈາກເລືອດ 07/04 - ảnh 1ພະນັກງານ, ນັກຂ່າວໜັງສືພິມກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມການບໍລິຈາກເລືອດ ພາບ: qdnd.vn

ຜ່ານໄລຍະ 20 ປີແຫ່ງການປຸກລະດົມວັນທົ່ວປວງຊົນທັງຊາດບໍລິຈາກເລືອດອາສາສະໝັກ, ຂະບວນການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ໄດ້ປະຕິບັດການຂົນຂວາຍ ແລະ ຮັບເອົາເລືອດບໍລິຈາກ 16 ລ້ານຖົງ. ມີຫລາຍລາຍການ, ເຫດການບໍລິຈາກເລືອດຂະໜາດໃຫຍ່ ໄດ້ສ້າງຄວາມປະທັບໃຈ ຍູ້ແຮງຂະບວນການບໍລິຈາກເລືອດໃນທົ່ວປະເທດ ໂດຍໄດ້ຮັບການຕອບສະໜອບຈາກບັນດາທ້ອງຖິ່ນ, ໃນນັ້ນໄດ້ ຈັດຕັ້ງບັນດາເຫດການຄື: ງານບູນລະດູບານໃໝ່ບໍລິຈາກເລືອດ, ງານບຸນລະດູຮ້ອນບໍລິຈາກເລືອດ, ຂະບວນການບໍລິຈາກເລືອດ, ວັນອາທິດບໍລິຈາກເລືອດ, ວັນບໍລິຈາກເລືອດສາກົນ(14/06)… ທ່ານ ແບັກກວັກແຄ໊ງ, ຫົວໜ້າສະຖາບັນໂລຫິດສາດ - ສົ່ງເລືອດສູນກາງ ໃຫ້ຮູ້ວ່າ: ນັບແຕ່ຕົ້ນເດືອນ ມີນາ ມາຮອດປັດຈຸບັນ, ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19 ສະນັ້ນ ມີເກືອບ 100 ເຫດການບໍລິຈາກເລືອດຢູ່ບັນດາທ້ອງຖິ່ນຖືກໂຈະໄວ້ ເຮັດໃຫ້ເກີດມີຄວາມສ່ຽງຂາດເລືອດ. ທ່ານໝໍ ແບັກກວັກແຄ໊ງ ຢັ້ງຢືນວ່າ: ດ້ວຍທິດນຳ “ບໍລິຈາກເລືອດປອດໄພ - ຢ່າເກງໃຈຍ້ອນໂຄວິດ 19”, ໃນໄລຍະປ້ອງກັນ, ສະກັດກັ້ນໂລກລະບາດ, ປະຊາຊົນແຕ່ລະຄົນ ຄວນຮັກສາສຸຂະພາບຕົນເອງ, ແຕ່ພວກເຮົາກໍ່ຕ້ອງຄິດເຖິງສຸຂະພາບຂອງວົງຄະນະຍາດ ດ້ວຍວິທີເຂົ້າຮ່ວມການບໍລິຈາກເລືອດ ຍ້ອນມີຄົນເຈັບຫລາຍຄົນໃນທົ່ວປະເທດທີ່ພວມຕ້ອງການຮັບເລືອດເພື່ອປິ່ນປົວພະຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ