ວັນບຸນທ່ອງທ່ຽວນະຄອນ ໂຮ່ຈີມິນ ດຶງດູດການເຂົ້າຮ່ວມຂອງແຂກທ່ອງທ່ຽວເປັນຈຳນວນຫລວງຫລາຍ

(VOVWORLD) - ພາຍຫລັງເຄື່ອນໄຫວເປັນເວລາ 4 ວັນ, ຕອນຄ່ຳວັນທີ 15 ເມສາ, ພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນສົມທົບກັບສະຫະສະມາຄົມທ່ອງທ່ຽວນະຄອນໄດ້ຈັດຕັ້ງພິທີອັດວັນບຸນທ່ອງທ່ຽວນະຄອນໂຮ່ຈີມິນ 2018.
ວັນບຸນທ່ອງທ່ຽວນະຄອນ ໂຮ່ຈີມິນ ດຶງດູດການເຂົ້າຮ່ວມຂອງແຂກທ່ອງທ່ຽວເປັນຈຳນວນຫລວງຫລາຍ - ảnh 1ພິທີອັດວັນບຸນທ່ອງທ່ຽວນະຄອນໂຮ່ຈີມິນ 2018

ວັນບຸນທ່ອງທ່ຽວນະຄອນ ໂຮ່ຈີມິນ 2018 ມີການເຂົ້າຮ່ວມຂອງ 36 ແຂວງ, ນະຄອນໃນທົ່ວປະເທດ ແລະ ວິສາຫະກິດທ່ອງທ່ຽວກ່ວາ 40 ແຫ່ງ.

        ກ່າວຄຳເຫັນທີ່ພິທີອັດ, ທ່ານ ບຸຍຕ໋າຮ່ວາງຫວູ ຫົວໜ້າພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ຮັບການຮ່ວມມືສົມທົບກັນຢ່າງແໜ້ນແຟ້ນທີ່ສຸດຈາກບັນດາພະແນກຂະແໜງການໃນບໍລິເວນນະຄອນ ໂຮ່ຈີມິນ, ພິເສດ ແມ່ນການເຂົ້າຮ່ວມຂອງບັນດາແຂວງ, ນະຄອນໃນສາຍຮ່ວມສຳພັນ ເຊິ່ງໄດ້ສ້າງໃຫ້ມີບັນດາຜະລິດຕະພັນໜູນຊ່ວຍໃຫ້ຈຸດນັດພົບນະຄອນ ໂຮ່ຈີມິນ. ບັນດາແຂວງ, ນະຄອນອື່ນໆ ກໍ່ຖືນີ້ແມ່ນກາລະໂອກາດ ເພືຶ່ອແນະນຳບັນດາຜະລິດຕະພັນທ່ອງທ່ຽວທີ່ໄດ້ອັບເດດ ແລະ ເພີ່ມເຕີມໃນແຕ່ລະປີຂອງຕົນ”.

        ວັນບຸນທ່ອງທ່ຽວນະຄອນ ໂຮ່ຈີມິນ 2018 ໄດ້ດຶງດູດແຂກທ່ອງທ່ຽວເຂົ້າມາທ່ຽວຊົມ 320.000 ເທື່ອຄົນ, ລາຍຮັບບັນລຸກ່ວາ 83 ຕື້ດົ່ງ, ເພີ່ມຂຶ້ນ 38% ເມື່ອທຽບໃສ່ປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ