ວັນບຸນປຶ້ມ 2021 ມີຫົວຂໍ້ “ປຶ້ມ-ພາລະໜ້າທີ່ພັດທະນາວັດທະນະທຳການອ່ານ”

(VOVWORLD) -ວັນບຸນກໍ່ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງປະຊາຄົມກ່ຽວກັບຄຸນປະໂຫຍດ, ຄວາມໝາຍ, ຄວາມສຳຄັນຂອງການອ່ານປຶ້ມ ແລະ ພັດທະນາວັດທະນະທຳການອ່ານໃນການສ້າງສັງຄົມພູມປັນຍາ
ວັນບຸນປຶ້ມ 2021 ມີຫົວຂໍ້ “ປຶ້ມ-ພາລະໜ້າທີ່ພັດທະນາວັດທະນະທຳການອ່ານ” - ảnh 1(ພາບປະກອບ: nhandan.com.vn)

ດ້ວຍຫົວຂໍ້ “ປຶ້ມ-ພາລະໜ້າທີ່ພັດທະນາວັດທະນະທຳການອ່ານ”, ວັນບຸນປຶ້ມປີ 2021 ຖືກໄຂຂຶ້ນໃນວັນທີ 16 ເມສາ ຢູ່ຫໍສະມຸດແຫ່ງຊາດຫວຽດນາມ. ວັນບຸນປຶ້ມປີ 2021 ໄດ້ຮັບການຈັດຕັ້ງຂຶ້ນເພື່ອແນໃສ່ສົ່ງເສີມ, ພັດທະນາຂະບວນການອ່ານໃນປະຊາຄົມ, ຢືນຢັນທີ່ຕັ້ງ, ບົດບາດ, ຄວາມສຳຄັນຂອງປຶ້ມ ແລະ ວັດທະນະທຳການອ່ານໃນພາລະກິດພັດທະນາວັດທະນະທຳ, ວິທະຍາສາດ, ການສຶກສາ… ຂອງປະເທດຊາດ. ວັນບຸນກໍ່ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງປະຊາຄົມກ່ຽວກັບຄຸນປະໂຫຍດ, ຄວາມໝາຍ, ຄວາມສຳຄັນຂອງການອ່ານປຶ້ມ ແລະ ພັດທະນາວັດທະນະທຳການອ່ານໃນການສ້າງສັງຄົມພູມປັນຍາ, ມຸ່ງໄປເຖິງການສ້າງຊາວຫວຽດນາມ ໃຫ້ພັດທະນາຢ່າງຮອບດ້ານ… ວັນບຸນປຶ້ມ 2021 ລວມມີການເຄື່ອນໄຫວຫຼາຍຢ່າງຄື: ງານວາງສະແດງ “ປຶ້ມ-ພາລະໜ້າທີ່ພັດທະນາວັດທະນະທຳການອ່ານ”, ວາງສະແດງ, ແນະນຳປຶ້ມເກືອບ 800 ຫົວ, ຕາມ 4 ຫົວເລື່ອງຄື: ປຶ້ມ-ເສັ້ນທາງສຳຜັດກັບພູມປັນຍາ; ການໂອ້ລົມສົນທະນາ “ໄວໜຸ່ມກັບວັດທະນະທຳການອ່ານ” ດ້ວຍບັນດານັກບັນລະຍາຍຜູ້ຖືກເຊີນທີ່ມີຊື່ສຽງ ເພື່ອແນໃສ່ແລກປ່ຽນ, ກຳນົດທິດການສ້າງຄວາມລື້ງເຄີຍ, ທັກສະ, ຄວາມມັກຮັກອ່ານໃນໝູ່ໄວໜຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ